ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮັກສາຄວາມສະຫງົບ ໃນ 1 ອາທິດ ຜ່ານມາ ໃນວັນທີ 15 ມິຖຸນາ 2020; ເປັນປະທານໂດຍ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ; ມີຄະນະພັກ-ຄະນະກອງບັນຊາການ, ຫົວໜ້າ-ຮອງຫ້ອງ, ບັນດາ ປກສ ເມືອງ, ປກສ ນະຄອນປາກເຊ; ກອງພັນປ້ອງກັນເຄື່ອນທີ່, ໂຮງ ຮຽນ ປກສ ຊັ້ນສູງເລກ4 ຕະຫຼອດຮອດ ພະນັກງານວິຊາການ ເຂົ້າຮ່ວມ.

ພັອ ຖາວອນ ບຸນກອງພິມ ຫົວໜ້າ ກອງບັນຊາການ ປກສ ແຂວງຈຳປາສັກ
ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ

ພັທ ດອນສະຫວັນ ວົງສາຄຳ ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ໄດ້ລາຍງານຄືນ ໂດຍສະເພາະແມ່ນວຽກງານການເຄື່ອນໄຫວໃນການຊີ້ນຳໆພາຈັດຕັ້ງປະຕິບັດໃນໄລຍະ 1 ອາທິດຜ່ານມາ ເປັນຕົ້ນການນຳພາທາງດ້ານວຽກງານການເມືອງແນວຄິດໃຫ້ ກັບພະນັກງານສະມາຊິກພັກ ແລະ ພະນັກງານ-ນັກຮົບ ຕິດພັນກັບການເຮັດວຽກງານແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນສັງຄົມເຊັ່ນ:ບັນຫາຂີ້ລັກ, ຊິງຊັງ-ປຸ້ນ ຊັບ, ການຄ້າຂາຍເຖື່ອນ, ຄ້າຂາຍ ແລະ ເສບຢາເສບຕິດ ແລະ ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ.

ເຊິ່ງໃນ 1 ອາທິດຜ່ານມາ, ສາມາດມ້າງຄະດີອາຍາ ໄດ້ 8 ເລື່ອງ, ກັກຜູ້ຖືກຫາໄດ້ 9 ຄົນ ຍິງ 1 ຄົນ, ມ້າງຄະດີຢາເສບຕິດໄດ້ 10 ເລື່ອງ; ກັກຜູ້ຖືກຫາໄດ້ 14 ຄົນ ຍິງ 3 ຄົນ,ຢຶດຂອງກາງຢາບ້າໄດ້ 683 ເມັດ, ລົດຈັກ 5 ຄັນ, ໂທລະສັບ 7 ເຄື່ອງ, ເງິນກີບ 6 ລ້າກວ່າກີບ; ນອກນັ້ນ, ຍັງມີຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 16 ເລື່ອງ; ໃນນັ້ນ, ເມືອງໂພນທອງ ເກີດຂຶ້ນ 2 ເລື່ອງ, ນະຄອນປາກເຊ 3 ເລື່ອງ, ເມືອງບາຈຽງ 3 ເລື່ອງ, ເມືອງປະທຸມພອນ 1 ລາຍ, ເມືອງຈຳປາສັກ 1 ລາຍ ແລະ ເມືອງໂຂງ 6 ເລື່ອງ, ມີພາຫະນະເປ່ເພ ທັງໝົດ 29 ຄັນ; ຄົນໄດ້ຮັບບາດເຈັບ 37 ຄົນ ຍິງ 13 ຄົນ, ເສຍຊີວິດ 2 ຄົນ, ລວມມູນຄ່າ 54 ລ້ານກີບ; ຄະດີອັກຄີໄພເກີດຂຶ້ນ 1 ຄັ້ງ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ, ໄໝ້ເຮືອນ 1 ຫຼັງ ລວມມູນຄ່າເສຍຫາຍ 135 ລ້ານກີບ.

ກອງປະຊຸມສະຫຼຸບວຽກງານຮັກສາຄວາມສະຫງົບ ໃນ 1 ອາທິດຜ່ານມາຂອງກອງບັນຊາການ ປກສ ແຂວງຈຳປາສັກ
ກອງປະຊຸມສະຫຼຸບວຽກງານຮັກສາຄວາມສະຫງົບ ໃນ 1 ອາທິດຜ່ານມາຂອງກອງບັນຊາການ ປກສ ແຂວງຈຳປາສັກ

ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ບົດສະຫຼຸບ ເພື່ອເຮັດໃຫ້ມີເນື້ອໃນສົມບູນຂຶ້ນ ພ້ອມທັງວາງທິດທາງແຜນການໃນ 1 ອາທິດຕໍ່ໜ້ານຳອີກ.

ຕອນທ້າຍກອງປະຊຸມ, ທ່ານຫົວ ໜ້າກອງບັນຊາການ ປກສ ແຂວງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຈົ່ງພ້ອມກັນເອົາໃຈໃສ່ຊີ້ນຳໆພາວຽກງານວິຊາສະເພາະທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ສືບຕໍ່ປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.