ວັນທີ 2 ກຸມພາ ຜ່ານມາ, ກອງບັນຊາການ ປກສ ເມືອງບາຈຽງ ຈະເລີນສຸກ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານວິຊາສະເພາະປະຈໍາ 2022 ແລະ ວາງທິດທາງແຜນການຈຸດສຸມປີ 2023, ເປັນປະທານໂດຍ ພັທ ສີພູມ ທອງສະໝຸດ ຫົວໜ້າກອງບັນຊາການ ປກສ ເມືອງ, ມີ ທ່ານ ປອ ອໍານວຍ ເຮືອງວົງສາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານແນວຄິດພັກພະນັກງານ, ພັທ ດອນສະຫວັນ ວົງສາຄໍາ ຮອງຫ້ອງການກອງບັນຊາການ ປກສ ແຂວງ, ພ້ອມດ້ວຍແຂກຮັບເຊີນຈາກຫ້ອງການອ້ອມຂ້າງເມືອງ, ນາຍ ແລະ ພົນຕຳຫຼວດ ທົ່ວກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ໄຊຊະນະ ແສງຈັນທະລົງສີ ຮອງຫົວໜ້າພະແນກຫ້ອງການ ປກສ ເມືອງ ໄດ້ກ່າວວ່າ: ໃນ 1 ປີຜ່ານມາ, ທົ່ວເມືອງມີຄະດີອາຍາ ເກີດຂຶ້ນທັງໝົດ 189 ເລື່ອງ, ເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ມີ 128 ເລື່ອງ ສາມາດກັກຕົວຜູ້ຖືກຫາໄດ້ 155 ຄົນ ຍິງ 9 ຄົນ. ພ້ອມນັ້ນ, ໄດ້ລົງໂຄສະນາເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຕາມສະຖານທີ່ຕ່າງໆ ຈຳນວນ 57 ຄັ້ງ, ມີຜູ້ເຂົ້າຮ່ວມ 6.497 ຄົນ ຍິງ 2246 ຄົນ, ມ້າງຄະດີຢາເສບຕິດໄດ້ທັງໝົດ 142 ເລື່ອງ, ກັກຕົວຜູ້ຖືກຫາ 176 ຄົນ ຍິງ 2 ຄົນ, ຢຶດເຄື່ອງຂອງ ກາງປະເພດຢາບ້າ 115.989 ເມັດ, ປືນແກັບ 5 ກະບອກ, ປືນດັດແປງ 1 ກະບອກ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ, ທົ່ວເມືອງມີອຸບັດຕິເຫດເກີດຂຶ້ນ 223 ຄັ້ງ, ຄົນເສຍຊີວິດ 20 ຄົນ ຍິງ 4 ຄົນ, ຄົນໄດ້ຮັບບາດເຈັບ 356 ຄົນ ຍິງ 85 ຄົນ, ພາຫານະ ເປ່ເພ 377 ຄັນ, ລວມມູນຄ່າເສຍຫາຍ 2.702.400.000 ກີບ, ປັບປຸງສຳມະໂນຄົວໄດ້ 765 ຄອບຄົວ, ມີຈຳນວນພົນທັງໝົດ 3.627 ຄົນ ຍິງ 1.826 ຄົນ, ຕິດຕາມກວດກາການເໜັງຕີງຂອງພົນລະເມືອງຄົນເພີ່ມ, ຄົນຫຼຸດ, ຄົນມີໜ້າຊົ່ວຄາວ, ບໍ່ມີໜ້າຊົ່ວຄາວ, ອອກບັດປະຈຳຕົວໄດ້ 409 ຄົນ ຍິງ 251 ຄົນ, ເຮັດວຽກງານອາຊີບ ພິເສດ ແລະ ພາຫະນະພິເສດ ແລະ ປະຕິບັດວຽກງານວິຊາສະເພາະອື່ນໆກໍມີຜົນສຳເລັດ. ຈາກນັ້ນ, ຜູ້ທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາຄິດເຫັນ ໂດຍສະເພາະແມ່ນບັນຫາດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນສຸມໃສ່ແກ້ໄຂໃນຕໍ່ໜ້າ.

ທ່ານ ປອ ອໍານວຍ ເຮືອງວົງສາ ໄດ້ຍ້ອງຍໍຊົມເຊີຍຕໍ່ໝາກຜົນງານທີ່ກອງບັນຊາການ ປກສ ເມືອງ ຍາດມາໄດ້ໃນໄລຍະ 1 ປີຜ່ານມາ, ພ້ອມທັງເນັ້ນ ໜັກໃຫ້ພະນັກງານນຳພາບັນຊາທຸກຂັ້ນ ເອົາໃຈໃສ່ເຮັດວຽກງານການເມືອງນຳ-ພາແນວຄິດ ໃຫ້ກຳລັງຢ່າງເປັນປະຈຳ, ສຸມໃສ່ຜັນຂະຫຍາຍກ່ຽວກັບວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນທົ່ວສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.