ໃນວັນທີ 7 ກຸມພາ 2023, ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022, ເປັນປະທານໂດຍ ພົຕ ປອ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ, ມີບັນດາຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນປີຜ່ານມາ, ກຳລັງວິຊາສະເພາະສັນຕິບານ ໄດ້ຮັບຜິດຊອບວຽກງານກວດຄົນເຂົ້າ-ອອກ ສປປ ລາວ, ເຊິ່ງໄດ້ເອົາໃຈໃສ່ຕິດຕາມ, ກວດກາສະຖິຕິຄົນເຂົ້າ-ອອກເມືອງ ທົ່ວປະເທດ ໄດ້ 3 ລ້ານກວ່າຄົນ. ໃນນັ້ນ, ຂາເຂົ້າ 1.505.554 ຄົນ ຍິງ 463.972 ຄົນ ແລະ ຂາອອກ ໄດ້ 1.539.500 ຄົນ ຍິງ 472.998 ຄົນ.

ພັອ ຄໍາໄພ ຄໍາພາວົງ ຫົວໜ້າຫ້ອງການ ກົມໃຫຍ່ສັນຕິບານ ກະຊວງ ປກສ ກ່າວວ່າ:

ໄລຍະປີ 2022, ຄະນະພັກ-ຄະນະບັນຊາ ກົມໃຫຍ່ສັນຕິບານ ໄດ້ເອົາໃຈໃສ່ຊີ້ນຳ-ນຳພານາຍ ແລະ ພົນຕຳຫຼວດ ທີ່ຮັບຜິດຊອບວຽກງານວິຊາສະເພາະ ໃນການກວດຄົນເຂົ້າ-ອອກ ສປປ ລາວ, ຕິດຕາມ, ກວດກາບັນດາເປົ້າໝາຍຫ້າມເຂົ້າ ສປປ ລາວ, ແກ້ໄຂບັນຫາຄົນເຂົ້າເມືອງຜິດກົດໝາຍ ແລະ ເຫດການຕ່າງໆທີ່ເກີດຂຶ້ນກັບຄົນຕ່າງປະເທດ ຢ່າງມີຫຼັກການ, ປະຕິບັດຕາມແນວທາງການຕ່າງປະເທດຂອງພັກ, ສອດຄ່ອງກັບສະພາບຕົວຈິງຂອງໜ້າທີ່ວຽກງານ, ປະສານສົມທົບຮ່ວມມືດຶງດູດຮັບເອົາການຊ່ວຍເຫຼືອ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປຶກສາຫາລືແລກປ່ຽນຂໍ້ມູນຂ່າວສານວິຊາສະເພາະ ແລະ ແກ້ໄຂບັນຫາຮ່ວມກັນຢ່າງສັນຕິ ຕາມການຊີ້ນຳຂອງຂັ້ນເທິງ.

+ ເຊິ່ງໃນນີ້ ສາມາດເກັບກຳສະຖິຕິຄົນເຂົ້າ-ອອກເມືອງ ໃນຂອບເຂດທົ່ວປະເທດ ດັ່ງນີ້:

  • ຂາເຂົ້າ: ໄດ້ 1.505.554 ຄົນ ຍິງ 463.972 ຄົນ, ເດັກ 45.456 ຄົນ, ມີ 105 ສັນຊາດ
  • ຂາອອກ: ໄດ້ 1.539.500 ຄົນ ຍິງ 4.72.998 ຄົນ, ເດັກ 47.586 ຄົນ

ນອກນັ້ນ, ຍັງໄດ້ດຳເນີນການແກ້ໄຂຄົນຕ່າງປະເທດເຂົ້າເມືອງຜິດກົດໝາຍ ໄດ້ 188 ຄົນ ຍິງ 20 ຄົນ, ມີ 4 ສັນຊາດ. ໃນນີ້, ຍັງໄດ້ລົງປະສານສົມທົບກັບ ຫ້ອງສັນຕິບານ ປກສ ນະຄອນຫຼວງ ແລະ ແຂວງ ໃນການເກັບກຳຂ່າວຢູ່ບັນດາດ່ານຊາຍແດນສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ພື້ນທີ່ຈຸດສຸມຕາມແຜນການ, ເຊິ່ງກໍສາມາດກວດກາພົບເຫັນ ບຸກຄົນຫ້າມເຂົ້າ ສປປ ລາວ ມີຈຳນວນ 16 ຄົນ, ມີ 4 ສັນຊາດ ແລະ ໄດ້ແກ້ໄຂຕາມກົດໝາຍ ແລະ ລະບຽບການ.

ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ວຽກງານຄຸ້ມຄອງຄົນຕ່າງປະເທດ ໂດຍການກຳແໜ້ນກວດກາຕິດຕາມ, ກຳແໜ້ນບັນດາເປົ້າໝາຍ, ບັນດາພື້ນທີ່ເປົ້າໝາຍ ດ້ວຍຮູບການຄຸ້ມຄອງການເຄື່ອນໄຫວຂອງຄົນຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວດຳເນີນທຸລະກິດ, ປະກອບອາຊີບ ແລະ ເຄື່ອນໄຫວກິດຈະກຳອື່ນໆ ຢູ່ ສປປ ລາວ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແກ້ໄຂຄົນຕ່າງປະເທດທີ່ລະເມີດລະບຽບ-ກົດໝາຍ ຢູ່ ສປປ ລາວ ຈຳນວນ 728 ຍິງ 26 ຄົນ, ມີ 3 ສັນຊາດ, ໂດຍໃນນີ້ ຖືກກັກຕົວ 414 ຄົນ.