ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ເປີດຊຸດຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງໃຫ້ກຳລັງລົງກໍ່ສ້າງຮາກຖານ ປະຈຳປີ 2023, ໂດຍມີ ພັອ ບຸນສົງ ຈັນທະວົງສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ- ຄະນະບັນຊາ ຈາກຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ເມືອງ, ຄະນະກອງກໍ່ສ້າງຮາກຖານ ແລະ ພະນັກງານທີ່ຫັນລົງກໍ່ສ້າງຮາກຖານ ເຂົ້າຮ່ວມ.

ການເປີດຊຸດຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງໃນຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ກຳລັງທີ່ລົງກໍ່ສ້າງຮາກຖານກໍຄືຜູ້ທີ່ປະຕິບັດໜ້າທີ່ຕົວຈິງ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະ, ຮູ້ໄດ້ສິດໜ້າທີ່ພາລະບົດບາດ ຂອງຕົນຢ່າງຖືກຕ້ອງ, ຮັບປະກັນເຮັດໃຫ້ກໍາລັງກໍ່ສ້າງຮາກຖານມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ ແລະ ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ສາມາດຮູ້ນໍາພາປຸກລະດົມປະຊາຊົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງເປັນເສນາທິການໃຫ້ແກ່ການຈັດຕັ້ງຂັ້ນເທິງໄດ້ເປັນເປັນຢ່າງດີ.

ໂອກາດດັ່ງກ່າວ, ພັອ ບຸນສົງ ຈັນທະວົງສັກ ຍັງໄດ້ເນັ້ນໃຫ້ຄະນະກອງກໍ່ສ້າງຮາກຖານເອົາໃຈໃສ່ເປັນເຈົ້າການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ກໍາລັງຮາກຖານຢ່າງເປັນປົກະຕິ, ປັບປຸງລະບອບສ່ອງແສງລາຍງານ ມີແບບແຜນວິທີເຮັດວຽກ, ຊຸກຍູ້ແຜນວຽກໃຫ້ ປກສ ກຸ່ມ-ປກສ ບ້ານ ແລະ ອໍານາດການປົກຄອງຮ່ວມປືກສາຫາລືໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ແລະ ພົວພັນປະສານສົມທົບລະຫວ່າງສາຍຕັ້ງ-ສາຍຂວາງໃຫ້ເປັນລະບົບ ແລະ ໜັກແໜ້ນ ເພື່ອສ້າງກໍາລັງໃຫ້ມີຄວາມເຂັ້ມແຂງ,ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ.