ໃນກອງປະຊຸມແຜນພັດທະນາພະລັງງານ ແລະ ບໍ່ແຮ່ (ພບ) ປະຈໍາປີ 2022 ໃນວັນທີ 3 ກຸມພາ 2023, ນາຍົກລັດຖະມົນຕີ ໄດ້ເນັ້ນ ພບ ໃຫ້ສືບຕໍ່ຊີ້ນໍາ, ຊຸກຍູ້ ແລະ ປະຕິບັດຕາມທິດເປັນມິດກັບສິ່ງແວດລ້ອມ, ຂະຫຍາຍຕົວຢ່າງໜັກແໜ້ນ, ຕໍ່ເນື່ອງ ແລະ ຍືນຍົງ; ການຂຸດຄົ້ນແຮ່ທາດທີ່ມີລາຄາສູງ ເປັນທີ່ຕ້ອງການຂອງຕະຫຼາດ ຕິດພັນກັບ ການປຸງແຕ່ງ ແລະ ສົ່ງຜະລິດຕະພັນແຮ່ທາດອອກໄປຕ່າງປະເທດ ແທນການສົ່ງແຮ່ທາດແບບເຂັ້ມຂຸ້ນອອກ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວເນັ້ນຕື່ມວ່າ:

ເພື່ອສືບຕໍ່ປັບປຸງໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃໝ່ ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດຕົວຈິງ ເຊັ່ນ: ດ້ານພະລັງງານ ຢາກໃຫ້ເບິ່ງໃສ່ແຜນພັດທະນາພະລັງງານແຫ່ງຊາດ ໃຫ້ສົມບູນ ແລະ ຄົບຖ້ວນ, ຍ້ອນວ່າໜຶ່ງໃນບັນດາຈຸດອ່ອນຜ່ານມາ ແມ່ນການກໍານົດແຜນຍັງຂາດລັກສະນະຮອບດ້ານ ແລະ ຂາດຄວາມດຸ່ນດ່ຽງລະຫວ່າງ ການພັດທະນາແຫຼ່ງຜະລິດກະແສໄຟຟ້າ ກັບ ການພັດທະນາລະບົບສາຍສົ່ງ ແລະ ລະຫວ່າງ ການຜະລິດກະແສໄຟຟ້າ ກັບ ການຕະຫຼາດ. ສະນັ້ນ, ຈຶ່ງເກີດມີສະພາບກະແສໄຟຟ້າເຫຼືອ ແລະ ບໍ່ພໍ ຫຼາຍສົມຄວນ.

ນອກຈາກນີ້, ພາກເໜືອ ແມ່ນພາກທີ່ມີແຫຼ່ງຜະລິດໄຟຟ້າຫຼາຍ, ແຕ່ການພັດທະນາຊໍ້າພັດຢູ່ນະຄອນຫຼວງ, ຢູ່ເຂດພາກກາງ ແລະ ພາກໃຕ້, ເຊິ່ງຈະດັດສົມແນວໃດໃຫ້ສອດຄ່ອງ, ມີປະສິດທິຜົນ.

ການພັດທະນາວຽກງານ ພບ ໃນເງື່ອນໄຂໃໝ່ ຕ້ອງສືບຕໍ່ເສີມຂະຫຍາຍດ້ານດີ, ບົດຮຽນທີ່ພວກເຮົາສະສົມມາໄດ້ ໃນຊຸມປີທີ່ຜ່ານມາ, ນໍາໃຊ້ທ່າແຮງໄດ້ປຽບຂອງປະເທດຊາດ ທ່າແຮງທາງດ້ານບຸກຄະລາກອນ, ພື້ນຖານວັດຖຸເຕັກນິກຂອງຂະແໜງການ ຕິດພັນກັບ ການຍາດແຍ່ງກາລະໂອກາດຂອງພາກພື້ນ ແລະ ສາກົນ.

ຈາກສະພາບທີ່ເກີດຂຶ້ນ ແລະ ກໍ່ຜົນເສຍຫາຍ ໃນໄລຍະທີ່ຜ່ານມາ ໄດ້ຊີ້ບອກບົດຮຽນໃຫຍ່, ເຊິ່ງຈະຕ້ອງເອົາໃຈໃສ່ຖອດຖອນບົດຮຽນ ເພື່ອຈະວາງວິທີການຄຸ້ມຄອງ ແລະ ວາງມາດຕາການເພື່ອຈັດຕັ້ງປະຕິບັດວຽກງານກວດກາໃຫ້ຮັດກຸມ ເພື່ອຮັບປະກັນຄວາມປອດໄພໃນລະດັບສູງສຸດ, ພ້ອມນີ້ ພວກເຮົາຕ້ອງຈັດຕັ້ງການກວດສອບ ແລະ ກວດກາຄວາມປອດໄພຂອງເຂື່ອນໃນທຸກໆຂັ້ນຕອນ.

ນອກນີ້, ກໍຕ້ອງເອົາໃຈໃສ່ຕິດຕາມຄຸ້ມຄອງມາດຕາຖານເຕັກນິກ ເພື່ອຮັບປະກັນສໍາລັບເຂື່ອນທີ່ກຳລັງກໍ່ສ້າງ ແລະ ຈະກໍ່ສ້າງອີກດ້ວຍ; ການຄຸ້ມຄອງບໍລິຫານ-ການຈັດການນໍ້າ ຢູ່ບັນດາເຂື່ອນຜະລິດໄຟຟ້າ ຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ ກັບພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາແຂວງທີ່ມີໂຄງການເຂື່ອນໄຟຟ້າຕັ້ງຢູ່ ເພື່ອຕິດຕາມ, ກວດກາສະພາບການຄຸ້ມຄອງບໍລິຫານ-ຈັດການຂອງແຕ່ລະເຂື່ອນໄຟຟ້າຢ່າງໃກ້ຊິດ.

ຂະນະດຽວກັນ, ກໍຕ້ອງສຸມໃສ່ການປັບປຸງຫົວໜ່ວຍທຸລະກິດ ຢູ່ໃນຂະແໜງ ພບ ໃຫ້ມີການຫັນປ່ຽນ, ສາມາດຮອງຮັບການເຮັດບົດບາດເປັນເຈົ້າພາທາງ ໃຫ້ແກ່ຫົວໜ່ວຍວິສາຫະກິດ ໃນພາກເອກະຊົນໄດ້ ເປັນຕົ້ນແມ່ນ ການແກ້ໄຂສະພາບຄ່ອງທາງດ້ານການເງິນ, ການແກ້ໄຂໜີ້ສິນ, ການປັບປຸງຂອດບໍລິການ, ຫຼຸດຜ່ອນຂັ້ນຕອນໃຫ້ສັ້ນລົງ, ຮັບປະກັນຄວາມວ່ອງໄວ ແລະ ມີຄຸນນະພາບໄດ້ມາດຕາຖານສູງ.