ກອງປະຊຸມສະຫຼຸບວຽກງານປ່າໄມ້ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໄດ້ຈັດຂຶ້ນທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນວັນທີ 6 ກຸມພາ 2023, ເຂົ້າຮ່ວມໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີຫົວໜ້າກົມ-ຮອງກົມ, ຫົວໜ້າ-ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ, ຂະແໜງປ່າໄມ້, ຂະແໜງກວດກາປ່າໄມ້, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມກວດກາປ່າໄມ້ ກ່າວວ່າ:

ຜ່ານມາ, ລັດຖະບານ ໄດ້ສົ່ງເສີມການລົງທຶນເຂົ້າໃນການປຸງແຕ່ງໄມ້ປູກ ແລະ ໄດ້ລິເລີ່ມສ້າງລະບົບຄໍ້າປະກັນໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍ ເຊິ່ງເປັນການສ້າງເງື່ອນໄຂໃຫ້ຂະແໜງການອຸດສາຫະກໍາປຸງແຕ່ງໄມ້ ເຂົ້າເຖິງຕະຫຼາດໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການເຈລະຈາຊື້-ຂາຍໄມ້ກັບຄູ່ຄ້າຂອງສະຫະພາບເອີຣົບ.

ແຕ່ປີ 2021-2022 ມູນຄ່າການຂຸດຄົ້ນ, ການສົ່ງອອກຜະລິດຕະພັນໄມ້ປູກ ແລະ ເຄື່ອງປ່າຂອງດົງ ສາມາດປະຕິບັດໄດ້ທັງໝົດ 1.409.900.390 ໂດລາສະຫະລັດ; ໃນນີ້, ປີ 2021 ປະຕິບັດໄດ້ 613.028.389 ໂດລາສະຫະລັດ ແລະ ປີ 2022 ປະຕິບັດໄດ້ 796.872.002 ໂດລາສະຫະລັດ ໂດຍແບ່ງອອກເປັນແຕ່ລະປະເພດດັ່ງນີ້:

  • ປະເພດຜະລິດຕະພັນໄມ້ ປີ 2021 ມູນຄ່າ 321.719.386 ໂດລາສະຫະລັດ, ປີ 2022 ມູນຄ່າ 382.480.664 ໂດລາສະຫະລັດ;
  • ປະເພດໄມ້ທ່ອນ (ໄມ້ປູກ) ປີ 2021 ມູນຄ່າ 9.499.553 ໂດລາສະຫະລັດ, ປີ 2022 ມູນຄ່າ 10.019.219 ໂດລາສະຫະລັດ;
  • ປະເພດເຄື່ອງປ່າຂອງດົງ ປີ 2021 ມູນຄ່າ 11.993.603 ໂດລາສະຫະລັດ, ປີ 2022 ມູນຄ່າ 18.241.948 ໂດລາສະຫະລັດ;
  • ປະເພດຢາງພາລາ ປີ 2021 ມູນຄ່າ 269.815.837 ໂດລາສະຫະລັດ, ປີ 2022 ມູນຄ່າ 386.130.171 ໂດລາສະຫະລັດ.

ໃນກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມຈາກບັນດາແຂວງ ກໍໄດ້ປະກອບຄຳເຫັນໃສ່ຫຼາຍບັນກາ ເຊັ່ນ:

  • ບົດຮຽນທີ່ດີກ່ຽວກັບ ການສົ່ງເສີມການທ່ອງທ່ຽວທຳມະຊາດ ຢູ່ນໍ້າກັດຢໍລະປາ;
  • ການແກ້ໄຂບັນຫາຂໍ້ຫຍຸ້ງຍາກ ໃນການສົ່ງເສີມການທ່ອງທ່ຽວທໍາມະຊາດ ໂດຍສະເພາະ ການມີສ່ວນຮ່ວມ ແລະ ເປັນເຈົ້າການຂອງພາກສ່ວນກ່ຽວຂ້ອງ ຢູ່ປ່າສະຫງວນນໍ້າກ່ານ;
  • ການສົ່ງເສີມການປູກໄມ້ ໃນເຂດປ່າຜະລິດ;
  • ມາດຕະການແກ້ໄຂບັນຫາການບຸກລຸກທີ່ດິນປ່າໄມ້ ໃນ 3 ປະເພດປ່າ;
  • ມາດຕະການແກ້ໄຂບັນຫາການລັກລອບຕັດໄມ້ ໃນ 3 ປະເພດປ່າ ໂດຍສະເພາະ ໃນເຂດປ່າສະຫງວນ;
  • ບັນຫາການດໍາເນີນຄະດີຕໍ່ຜູ້ລັກລອບຕັດໄມ້;
  • ສົນທະນາ ແລະ ແລກປ່ຽນຄໍາຄິດເຫັນ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງປັກປັກຮັກສາປ່າໄມ້ ທີ່ມີຢູ່ໃນປັດຈຸບັນ ຈໍານວນ 14,7 ລ້ານເຮັກຕາ ບໍ່ໃຫ້ຖືກທໍາລາຍ ແລະ ເສື່ອມໂຊມ;
  • ຄຸ້ມຄອງປົກປັກຮັກສາທີ່ດິນປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ຕາມມະຕິຂອງ ຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ.