ກອງບັນຊາການ ປກສ ແຂວງໄຊຍະບູລີ ຈັດກອງປະຊຸມເຜີຍແຜ່ເອກະສານວຽກງານປະກັນສັງຄົມ ແລະ ວຽກງານປະກັນສຸຂະພາບຕາມລະບົບປະກັນສັງຄົມ ອ້ອມຂ້າງກອງບັນຊາການ ປກສ ແຂວງ ໃນອາທິດຜ່ານມາ ໂດຍມີ ພັອ ຄໍາສິນ ຜິນວັນນາ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງ, ມີຮອງອໍານວຍການໂຮງໝໍແຂວງ, ພະແນກສາທາລະນະສຸກ ແຂວງໄຊຍະບູລີ ແລະ ເມືອງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງກອງໃຫ້ນາຍ ແລະ ພົນຕຳຫຼວດອ້ອມຂ້າງກອງບັນຊາການ ປກສ ແຂວງ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພັອ ຄໍາສິນ ຜິວວັນາ ໄດ້ເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປະກັນສຸຂະພາບຕາມລະບົບປະກັນສັງຄົມ ສະບັບເລກທີ 1514/ປກສ, ລົງວັນທີ 06 ກັນຍາ 2022 ແລະ ຄໍາແນະນໍາຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປະກັນສຸຂະພາບຕາມລະບົບປະກັນສັງຄົມ ສະບັບເລກທີ 4777/ປກສ, ລົງວັນທີ 18 ພະຈິກ 2022; ວຽກງານປະກັນສັງຄົມ ແມ່ນອີກວຽກງານໜຶ່ງທີ່ມີຄວາມໝາຍສຳຄັນຕົ້ນຕໍໃນການສ້າງຫຼັກປະກັນສິດທິຂັ້ນພື້ນຖານຂອງຜູ້ອອກແຮງງານ ເວົ້າລວມ, ເວົ້າສະເພາະແມ່ນການປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນຕຳຫຼວດ, ພະນັກ ງານບຳນານ, ເສຍອົງຄະ ແລະ ສະມາຊິກຄອບຄົວໃນການອຸດໜູນປະເພດຕ່າງໆບົນພື້ນຖານຫຼັກການສະສົມທຶນ ເພື່ອຊ່ວຍເຫຼືອເຊິ່ງກັນແລະກັນ, ການເຜີຍແຜ່ເອກະສານໃນຄັ້ງນີ້ ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກງານການປະກັນສຸຂະພາບຕາມລະບົບປະກັນສັງຄົມ ໃນກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ.

ໃນພິທີ, ຜູ້ເຂົ້າຮ່ວມຍັງໄດ້ຂຶ້ນປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນຮັບປະກັນໃຫ້ສະມາຊິກປະກັນສັງຄົມທີ່ໄດ້ຮັບການປະກັນສຸຂະພາບ ເຂົ້າເຖິງການບໍລິການປິ່່ນປົວຢ່າງສະເໝີພາບ, ທົ່ວເຖິງ ແລະ ຍຸຕິທຳ.