ກອງບັນຊາການ ປກສ ເມືອງສຸຂຸມາ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານ-ການເມືອງ ປະຈໍາປີ 2022 ຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພັທ ສີສຸກ ລັດຕະນະວົງ ຫົວໜ້າກອງບັນຊາການ ປກສ ເມືອງສຸຂຸມາ, ເຂົ້າຮ່ວມມີ ທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ ແລະ ພັທ ວິຊຽນ ດວງຄຳ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີບັນດາຫົວໜ້າພະແນກ-ຮອງພະແນກ, ປກສ ກຸ່ມ-ປກສ ບ້ານໃຫ່ຍ, ແຂກທີ່ຖືກເຊີນ, ກໍາລັງລົງກໍ່ສ້າງຮາກຖານ ເຂົ້າຮ່ວມ.

ບົດສະຫຼຸບວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນສັງຄົມໃນ 1 ປີ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ ຜ່ານມາ, ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ ກໍຄືກອງກໍ່ສ້າງຮາກຖານປະຈຳເມືອງສຸຂຸມາ ແມ່ນໄດ້ກຳນົດເອົາ 3 ວຽກໃຫຍ່ ຄື: ວຽກງານສັນຕິບານ, ວຽກງານຕຳຫຼວດ ແລະ ວຽກງານຄຸ້ມຄອງສຳມະໂນຄົວ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ຄວາມເປັນລະບຽບຮຽບ ຮ້ອຍ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ: ບັນຫາການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ປຸ້ນຊັບ, ຊິງຊັບ, ບັນຫາການຄຸ້ມ ຄອງຄົນຕ່າງປະເທດ, ບັນຫາລັກຕັດໄມ້ທຳລາຍປ່າ, ການກໍອາຊະຍາກຳ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະ ບັນຫາອື່ນໆ, ເຊິ່ງໃນທົ່ວເມືອງສຸຂຸມາ ມີທັງໝົດ 56 ບ້ານ, ມີ 6 ກຸ່ມ ແລະ 3 ບ້ານໃຫຍ່, ມີ ຈຳນວນພົນທັງໝົດ 63.640 ຄົນ ຍິງ 31.296 ຄົນ; ໃນ 1 ປີຜ່ານມາ, ໄດ້ແກ້ ໄຂຄະດີຕ້ານອາຊະຍາກຳທັງໝົດ 28 ເລື່ອງ, ກັກຜູ້ຖືກຫາໄດ້ 50 ຄົນ ຍິງ 2 ຄົນ, ຄະດີທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ມີ 15 ເລື່ອງ, ແກ້ໄຂຄະດີອຸບັດຕິເຫດໄດ້ທັງໝົດ 23 ເລື່ອງ, ຄົນໄດ້ຮັບບາດເຈັບ 42 ຄົນ ຍິງ 7 ຄົນ, ເສຍຊີວິດ 4 ຄົນ, ພາຫະນະ ເປເພທັງໝົດ 32 ຄັນ, ແກ້ໄຂໄຟໄໝ້ ໄດ້ 4 ຄັ້ງ, ມີ 4 ຫຼັງຄາ, ລວມມູນຄ່າເສຍ ຫາຍທັງໝົດ 479.270.000 ກີບ.

ນອກນັ້ນ, ຍັງໄດ້ສຸມໃສ່ວຽກງານການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສດຕິດໄດ້ທັງໝົດ 55 ເລື່ອງ, ກັກຕ້ອງຫາໄດ້ 100 ຄົນ ຍິງ 5 ຄົນ, ຢຶດເຄື່ອງຂອງກາງຢາບ້າໄດ້ 22.309 ເມັດ, ເງິນກີບ 38,500 000 ກີບ, ລົດຈັກ 3 ຄັນ, ອາວຸດເສິກ 1 ກະບອກ ພ້ອມລູກ 10 ລູກ, ໂທລະສັບ 20 ໜ່ວຍ ແລະ ວັດຖຸຄ້າຍຄືຄຳ 1 ເສັ້ນ, ສາມາດຄຸ້ມ ຄອງເປົ້າໝາຍໄດ້ 631 ຄົນ ຍິງ 47 ຄົນ. ໃນນີ້, ເປົ້າໝາຍຄ້າ-ຂາຍຢາເສບ ຕິດໄດ້ 38 ຄົນ ຍິງ 9 ຄົນ, ເປົ້າໝາຍເສບ ມີ 400 ຄົນ, ເປົ້າໝາຍລັກຊັບ 45 ຄົນ, ຂຶ້ນສະຖິຕິພາຫະນະທີ່ບໍ່ຖືກຕ້ອງໄດ້ທັງໝົດ ມີ 129 ຄັນ ລົດຈັກ 126 ຄັນ, ລົດໃຫຍ່ 3 ຄັນ. ຄຽງຄູ່ກັນນີ້, ຍັງໄດ້ ສຸມໃສ່ວຽກງານຄຸ້ມຄອງຕ່າງປະເທດທີ່ມາລັກແຕ່ງດອງກັບຄົນລາວທີ່ບໍ່ຖືກຕ້ອງ ທັງໝົດ 61 ຄົນ ຍິງ 1 ຄົນ.

ສາມາດກວດກາຄົນຕ່າງປະເທດໄດ້ທັງໝົດ 98 ຄົນ ຍິງ 16 ຄົນ, ມີ 4 ສັນຊາດ ມີນຳໃຊ້ເອກະສານຖືກຕ້ອງ 29 ຄົນ ຍິງ 11 ຄົນ, ເອກະສານບໍ່ຖືກຕ້ອງ 69 ຄົນ ຍິງ 5 ຄົນ.