ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳວຽກງານສາສະໜາ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຫົງສາ ແຂວງໄຊຍະບູລີ ໃນອາທິດຜ່ານມາ, ຕ້ອນຮັບໂດຍ ທ່ານ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງຫົງສາ ມີປະທານແນວລາວສ້າງຊາດເມືອງ, ຄະນະບໍລິຫານງານອົງການພຸດທະສາສະໜາສໍາພັນລາວ ເມືອງຫົງສາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ຜູ້ຊົງຄຸນວຸດທິ, ຕົວແທນແຕ່ລະສາສະໜາ ເຂົ້າຮ່ວມ.

ທ່ານ ສົມຍົດ ອານຸວົງ ປະທານແນວລາວສ້າງຊາດເມືອງ ໄດ້ລາຍງານຫຍໍ້ກ່ຽວກັບວຽກງານການຈັດຕັ້ງນຳພາປະຕິບັດວຽກງານແນວລາວສ້າງຊາດເມືອງໃນໄລຍະຜ່ານມາໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ, ແນວລາວສ້າງຊາດເມືອງຫົງສາ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ກວດກາຕິດຕາມການເຄື່ອນໄຫວສາສະໜາຢູ່ພາຍໃນ; ເຊິ່ງຢູ່ເມືອງຫົງສາ ມີ 2 ສາສະໜາ ຄື: ສາສະໜາພຸດ ມີ 14 ບ້ານ ກວມເອົາ 43,75% ແລະ ສາສະໜາເຍຊູຄຼິດສະຕຽນ ມີ 8 ບ້ານ ກວມ ເອົາ 28,12%. ນອກນັ້ນ, ຍັງມີພາ ສ່ວນໜຶ່ງເຊື່ອຖືຜີຕາມແບບບັນພະບູລຸດ ມີ 10 ບ້ານ ກວມເອົາ 28,12%.ໄລຍະຜ່ານມາ ,ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ ແລະ ຄະນະກໍາມະການແນວລາວສ້າງຊາດແຕ່ລະຂັ້ນຢ່າງ ເປັນປົກກະຕິ-ຕໍ່ເນື່ອງເຮັດໃຫ້ສະມາຊິກແນວລາວສ້າງຊາດ ມີຄວາມຕື່ນຕົວເປັນເຈົ້າການປະຕິບັດແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ມີ ຄວາມສາມັກຄີປອງດອງ-ຮັກແພງຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຫຼັກການ, ພາລະບົດບາດ-ສິດໜ້າທີ່ຕາມກົດໝາຍ, ລະບຽບ ແລະ ນິຕິກຳທີ່ກ່ຽວຂ້ອງຂອງແນວລາວສ້າງຊາດ ຕິດພັນກັບ 4 ການຫັນປ່ຽນວຽກງານແນວໂຮມດ້ວຍຄວາມຮັບຜິດຊອບສູງ.

ເຊິ່ງໃນ 1 ປີຜ່ານມາ, ໄດ້ລົງກວດກາປະເມີນຄືນຂອງຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການປະຕິບັດ 2 ວາລະແຫ່ງ ຊາດ ໄດ້ 12 ບ້ານ, ຮ່ວມກັບອົງການພາຄີ ແລະ ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ແບບພູມມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງ 13 ບ້ານ ( ສຳເລັດ 6 ບ້ານ ) ແລະ ປະກາດຮັບຮອງເມືອງຫົງສາ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.