ຄະນິດຄິດໄວ Smart Math ເປີດຕົວຫຼັກສູດໃໝ່ Happy Math ເກັ່ງເລກ ຕະຫຼອດຊີວິດ ດ້ວຍຕົນເອງ ຢ່າງມີຄວາມສຸກ ດ້ວຍ Happy Math ເປັນຫຼັກສູດເໝາະສໍາລັບນັກຮຽນຕັ້ງແຕ່ຊັ້ນອະນຸບານຮອດມັດທະຍົມ ໂດຍຈະເລີ່ມເປີດສອນເດືອນມັງກອນ ປີ 2023 ພິເສດສູນໂຊກນ້ອຍ ແມ່ນມີລະບົບຄວາມປອດໄພສູງ ດ້ວຍກ້ອງວົງຈອນປິດ (CCTV) ຈໍານວນ 12 ກ້ອງ ດ້ວຍລະບົບອອນລາຍທີ່ຜູ້ປົກຄອງເບິ່ງຜ່ານໂທລະສັບມືຖື.

ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການໃຫຍ່ສູນຄະນິດຄິດໄວ Smart math ໄດ້ຍົກໃຫ້ເຫັນຄວາມແຕກຕ່າງລະຫວ່າງຄະນິດຄິດໄວ Smart Math ແລະ Happy math ວ່າ:  ຄະນິດຄິດໄວ Smart Math ເປັນວິຊາຄະນິດສາດຂະແໜງການໜຶ່ງທີ່ຮຽນເພື່ອພັດ ທະນາສັກກາຍຍະພາບທາງສະໜອງ ເປັນການປັບຄວາມສົມດູນຂອງສະໝອງເບື້ອງຊ້າຍ ແລະ ເບື້ອງຂວາ ເຊິ່ງຈະຊ່ວຍສົ່ງເສີມໃຫ້ຜູ້ຮຽນມີສະມາທິຕໍ່ເນື່ອງ, ມີຄວາມເຊື່ອໝັ້ນໃນຕົນເອງ ແລະ ມີລະບົບການຄິດທີ່ມີເຫດ ແລະ ຜົນ ພ້ອມທັງຈະສົ່ງຜົນໃຫ້ການຮຽນໃນຊັ້ນຮຽນປົກກະຕິດີຂຶ້ນຕື່ມອີກ ເຊັ່ນ: ວິຊາຄະນິດສາດ ແລະ ວິທະຍາສາດເປັນຕົ້ນ. ສໍາລັບ Happy math ຈະຝຶກໃຫ້ນັກຮຽນມີທັກສະຂອງຄະນິດສາດຊັ້ນສູງ ແລະ ມີຄວາມສາມາດໃນການແກ້ໂຈດເລກໄດ້ທຸກມິຕິຂອງຄະນິດສາດ ເຮັດໃຫ້ການຮຽນໃນໂຮງຮຽນເປັນເລື່ອງງ່າຍ; ເຮັດໃຫ້ເດັກມີຄວາມໝັ້ນໃຈໃນຕົນເອງ ແລະ ຮຽນຮູ້ສິ່ງໃໝ່ໆໄດ້ງ່າຍ.

ທ່ານ ມີໄຊ ລີວົງໄຊ ອໍານວຍການສູນຄະນິດຄິດໄວ Smart math ສູນໄອເຕັກ ໄດ້ໃຫ້ສໍາພາດຕໍ່ທີມນັກຂ່າວວ່າ: ຈຸດພິເສດຂອງລະບົບ Happy math ເປັນລະບົບການຮຽນສະເພາະຕົວທີ່ມີເນື້ອຫາໃນການຮຽນ ທີ່ເໝາະສົມກັບຄວາມສາມາດຂອງນັກຮຽນແຕ່ລະຄົນ; ເນື້ອຫາ ແລະ ວິທີການສອນຖືກຄົ້ນຄວ້າ  ແລະ ພັດທະນາໃຫ້ມີປະສິດທິພາບສູງສຸດກັບສະພາບການຮຽນຂອງເດັກນ້ອຍ ໂດຍຜູ້ຊ່ຽວຊານທີ່ມີປະສົບການໃນການກໍ່ຕັ້ງລະບົບການຮຽນແບບສະເພາະຕົວມາກວ່າ 15 ປີ; ບົດຮຽນຖືກອອກແບບມາຢ່າງເປັນລະບົບ ງ່າຍຕໍ່ການຮຽນຮູ້ຢ່າງຕໍ່ເນື່ອງ ຕັ້ງແຕ່ລະດັບອະນຸບານ ຮອດລະດັບມັດທະຍົມ; ສອນດ້ວຍການກະຕຸ້ນໃຫ້ນັກຮຽນມີຄວາມເຂົ້າໃຈຝຶກຝົນການຄິດ ແລະ ແກ້ບັນຫາໄດ້ດ້ວຍຕົນເອງ ເພື່ອປູກຝັງນິໄສການຄິດ ແລະ ການເພິ່ງພາຕົນເອງ; ເນື້ອຫາຕາມຫຼັກສູດຄະນິດສາດທີ່ຮຽນຢູ່ໃນທົ່ວໂລກ ຄວບຄຸມທັງການຄິດຄໍານວນ ແລະ ການແກ້ໂຈດບັນຫາ; ເປົ້າໝາຍການຮຽນຮູ້ຢູ່ທີ່ການມີຄວາມສາມາດທາງຄະນິດສາດສູງກວ່າຊັ້ນຮຽນ ເພື່ອການຮຽນເນື້ອຫາໃນໂຮງຮຽນ ຈົນຮອດ ລະດັບມັດທະຍົມສຶກສາຕອນປາຍ ໄດ້ຢ່າງຄ່ອງແຄ້ວ ແລະ ໝັ້ນໃຈ.

ພິເສດສຸດ, ສຳລັບນັກຮຽນທີ່ມາລົງທະບຽນ 100 ຄົນທຳອິດ ທີ່ຕິດຕໍ່ເຂົ້າມາ ທາງສູນຈະມີສ່ວນຫຼຸດພິເສດແບບສຸດໆ ເບີໂທຕິດຕໍ່ ໂທ ຫຼື ວ໋ອດແອັບ 020 5545-7728, 020 5545-7729.