ກອງບັນຊາການ ປກສ ເມືອງໂຂງ ແຂວງຈໍາປາສັກ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງ ປກສ ກຸ່ມລົບປາກດີ ແລະ ກໍາລັງ ປກສ ບ້ານ, ໃນວັນທີ 4 ມັງກອນ 2023,  ໂດຍມີທ່ານ ຄໍາສິງ ບຸນຈະເລີນ ຮອງເຈົ້າເມືອງໆໂຂງ, ທ່ານ ນາງ ອຸ່ນຄໍາ ໂພທິສານ ເລຂາຄະນະພັກຮາກຖານກຸ່ມລົບປາກດີ,  ພັທ ບຸນເພັງ ພົມມາຫານ ຮອງກອງບັນຊາການ ປກສ ເມືອງ, ແຂກຮັບເຊີນ, ພະນັກງານຫັນລົງກໍ່ສ້າງຮາກຖານ, ນາຍບ້ານຈາກ 18 ບ້ານ ແລະກໍາລັງປກສບ້ານເຂົ້າຮ່ວມ.

ເອກະສານທີ່ນໍາມາຝືກອົບຮົມໃນຄັ້ງນີ້ປະກອບມີ: ເອກະສານ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາລັງ ປກສ ກຸ່ມ ແລະ ປກສ ບ້ານ, ເອກະສານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ເອກະສານຄຸ້ມຄອງຄົນຕ່າງປະເທດ, ສາສະໜາ ແລະ ວິຊາສະເພາະຕໍາຫຼວດ; ຈຸດປະສົງເພື່ອເຮັດໃຫ້ ປກສ ກຸ່ມ ແລະ ກໍາລັງ ປກສ ບ້ານ ຜູ້ປະຕິບັດໜ້າທີ່ຕົວຈິງ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການເຄື່ອນໄຫວເຮັດໜ້າທີ່ວິິຊາສະເພາະ, ຮູ້ໄດ້ສິດ, ໜ້າທີ່, ພາລະບົດບາດຂອງຕົນຢ່າງຖືກຕ້ອງ; ພ້ອມດຽວກັນນີ້, ກໍເພື່ອຮັບປະກັນ ເຮັດໃຫ້ກໍາລັງ ປກສ ກຸ່ມ ແລະ ປກສ ບ້ານມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນໄດ້, ສາມາດຮູ້ນໍາພາປຸກລະດົມປະຊາຊົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງເປັນເສນາທິການໃຫ້ແກ່ການຈັດຕັ້ງຂັ້ນເທິງໄດ້ເປັນເປັນຢ່າງດີ.


ໃນພິທີ, ທ່ານຮອງເຈົ້າເມືອງໂຂງ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາ ໂດຍເນັ້ນໜັກໃຫ້ກໍາລັງ ປກສ ກຸ່ມ  ໃຫ້ເປັນເຈົ້າການສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃຫ້ກໍາລັງຮາກຖານ ປກສ ບ້ານ ຢ່າງເນື່ງອງ, ປັບປຸງລະບອບສ່ອງແສງລາຍງານມີແບບແຜນວິທີເຮັດວຽກ ຊຸກຍູ້ແຜນວຽກ ປກສ ບໍລິການປະຊາຊົນ ໄດ້ຮ່ວມປືກສາຫາລືສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ, ຕັ້ງໜ້າປັບປຸງໂຄງປະກອບຂອງກໍາລັງຊຸກຍູ້ອຸດໜູນການປະຕິບັດໜ້າທີ່ຂອງກໍາລັງຕາມຄວາມຮັບຜິດຊອບ ແລະ ພົວພັນປະສານສົມທົບລະຫວ່າງສາຍຕັ້ງສາຍຂວາງໃຫ້ເປັນລະບົບ ແລະ ໜັກແໜ້ນເພື່ອສ້າງກໍາລັງໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ.