ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018 ຂຶ້ນ ໃນວັນທີ 20 ມີນາ 2018 ໂດຍການເຂົ້າຮ່ວມຂອງ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ມີຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ, ພະນັກງານນໍາພາ, ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ສັງວານ ຂາວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ກ່າວວ່າ: ໃນປີ 2017 ຜ່ານມາ, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບຢ່າງຕັ້ງໜ້າໃນການເຄື່ອນໄຫວເຮັດວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນພາຍໃນເມືອງຫາດຊາຍຟອງ ຢ່າງເຂັ້ມງວດ ເຊັ່ນ: ໄດ້ກວດຄົນເຂົ້າ-ອອກເມືອງມີ 27.403 ຄົນ ຍິງ 17.052 ຄົນ, ເດັກນ້ອຍ 644 ຄົນ; ໃນນັ້ນ, ຄົນເຂົ້າເມືອງມີ 4.398 ຄົນ ຍິງ 2.397 ຄົນ, ເດັກນ້ອຍ 196 ຄົນ, ມີຄົນອອກເມືອງ 4.305 ຄົນ ຍິງ 2.238 ຄົນ, ເດັກນ້ອຍ 222 ຄົນ, ແກ້ໄຂຜູ້ລະເມີດຊາຍ ແດນ ມີ 39 ຄົນ ຍິງ 10 ຄົນ, ໃນນັ້ນ, ມີຄົນຕ່າງເມືອງ 9 ຄົນ, ຕ່າງແຂວງ 30 ຄົນ ຍິງ 10 ຄົນ, ຂຶ້ນບັນຊີຄົນຕ່າງປະເທດທີ່ພັກອາໄສ ແລະ ປະກອບອາຊີບຢູ່ພາຍໃນເມືອງມີ 157 ຄົນຍິງ 49 ຄົນ, ມີ 10 ສັນຊາດ; ໃນນັ້ນ, ພັກເຊົາຖືກຕ້ອງ 62 ຄົນ ຍິງ 18 ຄົນ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ສະກັດກັ້ນ, ເລີກຮື້, ແກ້ໄຂປຸ້ນຈີ້, ຊີງຊັບ, ລັກຊັບ, ສະກັດກັ້ນປາບປາມຢາເສບຕິດ ແລະ ຕ້ານການຄ້າມະນຸດ, ສຸມໃສ່ເລີກຮື້ ແລະ ແກ້ໄຂເປົ້າໝາຍຫົວໂປ່ໂຕການແກ້ໄຂໜໍ່ແໜງຂອງຄວາມບໍ່ເປັນລະບຽບຮຽບຮ້ອຍ ສະແດງອອກໃນ 1 ປີຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 365 ເລື່ອງ, ແກ້ໄຂໄດ້ 313 ເລື່ອງ, ກັກຕົວຜູ້ກະທໍາຜິດມາດໍາເນີນຄະດີໄດ້ 281 ຄົນ ຍິງ 11 ຄົນ, ທົ່ວເມືອງມີລົດຈັກເສຍ 67 ຄັນ, ເງິນກີບ 102.829.000 ກີບ, ເງິນບາດ 82.000 ບາດ, ເງິນໂດລາ 1.600 ໂດລາ, ຄອມ ພິວເຕີ 1 ໜ່ວຍ, ໂທລະສັບ 21 ໜ່ວຍ, ຄໍາຮູບປະພັນ 9 ບາດ, ສາມາດເກັບກູ້ຄືນໄດ້ລົດຈັກ 51 ຄັນ, ເງິນກີບ 5.000.000 ກີບ, ເງິນບາດ 10.690 ບາດ ແລະ ໂທລະສັບ 5 ໜ່ວຍ.

ສໍາລັບທິດທາງປະຈໍາປີ 2018 ຈະສືບຕໍ່ສູ້ຊົນໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນເມືອງຫາດຊາຍຟອງ ໃຫ້ມີຄວາມສະຫງົບປອດໄພ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບ-ໝັ້ນຄົງ, ມີຄວາມເປັນລະບຽບຮຽບຮ້ອຍ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃຫ້ຫຼຸດລົງຢ່າງຈະແຈ້ງ, ສືບຕໍ່ຫັນກໍາລັງ, ພະນັກງານລົງກໍ່ສ້າງຮາກຖານການເມືອງ ປຸກລະດົມສຶກສາອົບຮົມປະຊາຊົນທຸກຊັ້ນຄົນຮ່ວມກັນສຸມໃສ່ສ້າງບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີວຽກງານວິຊາສະເພາະຕາມແນວຊາຍແດນ ກໍາໃຫ້ໄດ້ສະພາບການເຄື່ອນໄຫວຂອງພວກຄົນບໍ່ດີ ເພື່ອຈະໄດ້ພ້ອມກັນແກ້ໄຂທັນການຖ້າມີບັນຫາບໍ່ດີເກີດຂຶ້ນ.