ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ສສ ມຽນມາ ສືບຕໍ່ຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ ໂດຍໃນປີ 2018 ນີ້ ຈະເນັ້ນໃສ່ການຮ່ວມມືໃນ 9 ຂົງເຂດວຽກງານ.

ບັນດາວຽກງານດັ່ງກ່າວລວມມີ: ການຮ່ວມມືດ້ານການຮັກສາຄວາມສະຫງົບ ແລະ ສະຖຽນລະພາບຂອງສອງປະເທດ, ການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ການສົ່ງເສີມກົນໄກຂອງຫ້ອງການປະສານງານຊາຍແດນ, ການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ, ການຕ້ານການຄ້າມະນຸດ, ການຮ່ວມມືສະກັດກັ້ນອາຊະຍາກໍາຂ້າມຊາຍແດນໃນຮູບແບບອື່ນໆ, ການຮ່ວມມືຄວບຄຸມການເຂົ້າ-ອອກເມືອງຜິດກົດໝາຍ, ການຮ່ວມມືຄວບຄຸມແຮງງານເຂົ້າເມືອງຜິດກົດໝາຍ ແລະ ການແລກປ່ຽນການຮຽນພາສາເຊິ່ງກັນແລະກັນ.

ພິທີລົງນາມບົດບັນທຶກຮ່ວມມືສອງຝ່າຍດັ່ງກ່າວ ໄດ້ມີຂຶ້ນພາຍຫຼັງສໍາເລັດກອງປະຊຸມ ຄັ້ງທີ 7 ວ່າດ້ວຍການຮ່ວມມືວຽກງານປ້ອງກັນຄວາມສະຫງົບ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ສສ ມຽນມາ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 20 ມີນາ 2018.

ຮ່ວມລົງນາມບົດບັນທຶກຄັ້ງນີ້, ຝ່າຍລາວນໍາໂດຍ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບແຫ່ງ ສປປ ລາວ ແລະ ຝ່າຍມຽນມານໍາໂດຍ ພົນໂທ ຈໍ ສະເວ ລັດຖະມົນຕີກະຊວງພາຍໃນ ສສ ມຽນມາ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມຮ່ວມມືສອງຝ່າຍຄັ້ງນີ້, ພົນຕີ ສົມແກ້ວ ສີລາວົງ ໄດ້ຕີລາຄາການຮ່ວມມືລະຫວ່າງສອງກະຊວງໃນໄລຍະໜຶ່ງປີຜ່ານມາ ໂດຍກ່າວວ່າ: ນັບແຕ່ກອງປະຊຸມ ຄັ້ງທີ 6 ຕົ້ນປີ 2017 ມາເຖິງປັດຈຸບັນ, ເຫັນວ່າສອງຝ່າຍໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືກັນຢ່າງຫ້າວຫັນ ແລະ ສາມາດເຮັດສໍາເລັດຫຼາຍດ້ານ ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງໃນການເສີມສ້າງສາຍ ພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນສອງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ສສ ມຽນມາ. ຜົນສໍາເລັດຂອງການຮ່ວມມືດັ່ງກ່າວໄດ້ສ້າງເງື່ອນໄຂອັນດີໃຫ້ປະຊາຊົນຂອງສອງປະເທດ ໂດຍສະເພາະແມ່ນປະຊາຊົນທີ່ດໍາລົງຊີວິດຢູ່ຕາມຊາຍແດນ ລາວ-ມຽນມາ ສາມາດໄປມາຫາສູ່ທໍາມາຄ້າຂາຍຮ່ວມກັນຢ່າງປົກກະຕິ ເຮັດໃຫ້ຊາຍແດນຂອງສອງປະເທດມີຄວາມສະຫງົບໂດຍພື້ນຖານ.

ຢ່າງໃດກໍຕາມ, ກໍຍັງມີບາງສະພາບທີ່ເກີດຂຶ້ນເຊິ່ງຈະໄດ້ຮ່ວມມືກັນສະກັດກັ້ນ ແລະ ແກ້ໄຂ ເຊັ່ນ: ສະພາບການລັກລອບຄ້າຂາຍຢາເສບຕິດຍັງເກີດຂຶ້ນຢ່າງລຽນຕິດຢູ່ບໍລິເວນຊາຍແດນ, ການເຂົ້າ-ອອກເມືອງຂອງປະຊາຊົນລຽບຕາມຊາຍແດນຈໍານວນໜຶ່ງຍັງບໍ່ຖືກຕ້ອງຕາມລະບຽບ.

ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກ່າວວ່າ: “ຂ້າພະເຈົ້າສະເໜີໃຫ້ສອງຝ່າຍພ້ອມກັນຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືໃນປີ 2018 ໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ, ພວກເຮົາຕ້ອງໄດ້ເພີ່ມທະວີການພົວພັນຮ່ວມມືໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ເພື່ອອໍານວຍຄວາມສະດວກ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນສອງຊາດໃນການໄປ-ມາຫາສູ່ກັນຢ່າງເປັນປົກກະຕິ, ແນໃສ່ເຮັດໃຫ້ຊາຍແດນລະຫວ່າງສອງປະເທດກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອພັດທະນາ.”