ໜ່ວຍຊາວໜຸ່ມຫ້ອງການ ກົມໃຫຍ່ຕໍາຫຼວດ (ກົມ 503) ກະຊວງ ປກສ ຈັດກອງປະຊຸມໃຫຍ່ ຄັ້ງທີ V ຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພັທ ບຸນທ່ຽງ ແສນນະເຂດ ເລຂາໜ່ວຍຊາວໜຸ່ມຫ້ອງການ, ໂດຍການເຂົ້າຮ່ວມຂອງ ພັທ ສາຍທອງ ສຸພາພົງ ເລຂາຄະນະບໍລິຫານງານຊາວໜຸ່ມກົມ 503 ພ້ອມດ້ວຍຄະນະຫ້ອງການ, ຄະນະໜ່ວຍຊາວໜຸ່ມ, ແຂກຮັບເຊີນ ແລະ ສະມາຊິກຊາວໜຸ່ມພາຍໃນຫ້ອງ.

ພັຕ ອູຟູ ໄຊຍະລາດ ຮອງເລຂາໜ່ວຍຊາວໜຸ່ມຫ້ອງການ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາວ່າ: ຄະນະໜ່ວຍຊາວໜຸ່ມໄດ້ຄົ້ນຄວ້າເກັບກໍາສະພາບການ, ປະກົດການຫຍໍ້ທໍ້ໃນ ສັງຄົມ ເພື່ອສະຫຼຸບລາຍງານຂັ້ນເທິງເປັນປົກກະຕິ, ໄດ້ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນໃສ່ຮ່າງພາລະບົດບາດຂອງບັນດາກົມ, ຫ້ອງທີ່ຂຶ້ນກັບກົມ 503 ສໍາເລັດ, ເປັນເຈົ້າການປະສານສົມທົບກັບກົມກອງວິຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງຂຽນບົດໂຄງການ ແລະ ແຜນງານຂອງກົມ 503 ສໍາເລັດໂດຍພື້ນຖານ, ຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກທີ່ສົ່ງເຂົ້າມາກົມສໍາເລັດທັງໝົດ 2.000 ກວ່າສະບັບ ແລະ ວຽກງານທີ່ກ່ຽວຂ້ອງສໍາເລັດໂດຍພື້ນຖານ.

ສໍາລັບທິດທາງແຜນການໃນຕໍ່ໜ້າ, ໜ່ວຍຊາວໜຸ່ມຫ້ອງການ ກົມ 503 ຈະສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກຊາວໜຸ່ມຢ່າງທົ່ວເຖິງ ແລະ ເປັນປົກກະຕິ ເຮັດໃຫ້ຖັນແຖວສະມາຊິກຊາວໜຸ່ມມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ມີຄວາມກະຕືລືລົ້ນເຮັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດ ພ້ອມທັງສ້າງໃຫ້ເປັນໜ່ວຍຊາວໜຸ່ມເຂັ້ມແຂງ-ຮູ້ນໍາພາຮອບດ້ານ, ສ້າງສະມາຊິກຊາວໜຸ່ມໃຫ້ກາຍເປັນສະມາຊິກເຂັ້ມແຂງໃຫ້ໄດ້ 90% ຂຶ້ນໄປ.

ໃນກອງປະຊຸມ, ສະມາຊິກຊາວໜຸ່ມ ຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ເຊິ່ງມີຜູ້ລົງສະໝັກທັງໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍ; ໄດ້ ຮອ ສົມພອນ ບຸນພະຈັນ ເປັນເລຂາ, ຮອ ວິລະສັກ ເພັງວັນນະວົງ ເປັນຮອງເລຂາ, ຮທ ສະຫຼອງ ອຸດົມສັກ ເປັນປະທານກວດກາ ແລະ ຄະນະ 2 ສະຫາຍ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານວິຊາສະເພາະໃນຕໍ່ໜ້າໃຫ້ໄດ້ຮັບໝາກຜົນ.