ອາທິດແລ້ວນີ້, ປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ (22 ມີນາ 1955-22 ມີນາ 2018), ວັນຜູ້ເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 72 ປີ ( 21 ມີນາ 1946-21 ມີນາ 2018 ), ມີ ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ຄະນະພັກ-ຄະນະນໍາ, ແຂກຮັບເຊີນ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງ.

ທ່ານ ເຂັມເພັດ ແພງດວງຈັນ ຫົວໜ້າຄະນະໂຄສະນາ-ອົບຮົມ ນະຄອນຫຼວງ ຍົກໃຫ້ເຫັນປະຫວັດມູນເຊື້ອຂອງວັນສ້າງຕັ້ງພັກວ່າ: ວັນທີ 22 ມີນາ 1955 ພັກປະຊາຊົນລາວ (ພັກປະຊາຊົນ ປະຕິວັດລາວ ໃນປັດ ຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນເຊິ່ງການກໍາເນີດຂຶ້ນຂອງພັກ ແມ່ນຂີດໝາຍ ແລະ ເປັນບາດລ້ຽວປະຫວັດສາດອັນສໍາຄັນໃນວິວັດທະນາການຂອງຊາດລາວ ເຊິ່ງນັບແຕ່ນັ້ນມາ, ຂະບວນການຮັກຊາດຂອງປະຊາຊົນ ເຮົາໄດ້ກ້າວຂຶ້ນສູ່ຄຸນນະພາບໃໝ່ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ປົດປ່ອຍປະຊາຊົນທັງເປັນການເປີດເສັ້ນທາງອັນສະຫວ່າງສະໄຫວແຫ່ງການນໍາພາຊາດລາວ ກ້າວໄປສູ່ຄວາມເປັນເອກະລາດ ແລະ ສ້າງສາບ້ານເມືອງໄປສູ່ຄວາມວັດທະນະຖາວອນ.

ສໍາລັບວັນຜູ້ເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄື: ວັນທີ 21 ມີນາ 1946 ທະຫານປີກຕ່າງໆຂອງສັດຕູໄດ້ເຄື່ອນເຂົ້າມາຕົວເມືອງທັງໝົດ ເຊິ່ງເຫັນວ່າບໍ່ສາມາດຮັກສາທ່າແຂກໄວ້ໄດ້ເພາະ “ເຫຼັກຫຼາຍກວ່າຖ່ານ” ເນື່ອງຈາກວ່າທະຫານພວກເຮົາທັງຕ້ານ ແລະ ຖອຍໄປແຄມນໍ້າຂອງ ພ້ອມກັບປະຊາຊົນໃຊ້ເຮືອພາຍ, ເຮືອຈັກ, ໄມ້ທ່ອນເພື່ອລອຍຂ້າມແມ່ນໍ້າຂອງໄປແຂວງນະຄອນພະນົມ (ປະເທດໄທ) ເຊິ່ງພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆຍິງໃສ່ປະຊາຊົນ, ທະຫານ, ພະນັກງານ-ນັກຮົບພວກເຮົາຖືກບາດເຈັບ ແລະ ລົ້ມຕາຍຢ່າງຫຼວງຫຼາຍ; ແຕ່ສິ່ງທີ່ໂຫດຮ້າຍທີ່ສຸດ, ແມ່ນພວກເຂົາໄດ້ຂ້າແມ່ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ເປົາປ່ານມັດປາກແລ້ວຖິ້ມລົງແມ່ນໍ້າຂອງ ແລະ ໃສ່ຄົກຕໍາຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນລົງນໍ້າຂອງ ເຮັດໃຫ້ນໍ້າຂອງຍາມນັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ ເຊິ່ງເຮັດໃຫ້ປະຊາຊົນ, ແມ່ຍິງ ແລະ ເດັກນ້ອຍ ຈໍານວນ 3.000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທໍາລາຍເປັນຈໍານວນຫຼວງຫຼາຍ. ຍ້ອນການກະທໍາທີ່ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວ, ດັ່ງນັ້ນວັນທີ 21 ມີນາ ຈຶ່ງໄດ້ກາຍເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ.