ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມີນາ ຜ່ານມາວ່າ: ຈີນ ຈະໂອນການເບິ່ງແຍງດູແລໜັງ, ຂ່າວ ແລະ ການຕີພິມຕ່າງໆ ໄປຢູ່ພາຍໃຕ້ສຳນັກງານການເຜີຍແຜ່ຂອງພັກຄອມມຸຍນິດ ຫຼັງຈາກປິດສຳນັກງານໜັງສືພິມ, ການຕີພິມ, ວິທະຍຸ, ໜັງ ແລະ ໂທລະພາບແຫ່ງລັດ ໄປໃນຕົ້ນເດືອນ.

ສຳນັກຂ່າວຣອຍເຕີ ອ້າງແຫຼ່ງຂ່າວ ແລະ ປະກາດຂອງ ຄະນະກຳມະການກາງ ພັກຄອມມຸຍນິດຈີນ ວ່າ: ສຳນັກງານການເຜີຍແຜ່ຈະມີບົດບາດພິເສດ ແລະ ສຳຄັນ ໃນການປະຊາສຳພັນອຸດົມການ ແລະ ຄວາມບັນເທີງດ້ານວັດທະນາທຳ ໂດຍຈະເຮັດນໜ້າທີ່ເບິ່ງແຍງດູແລສື່ຕ່າງໆ ທີ່ເຄີຍຢູ່ໃນການເບິ່ງແຍງດູແລ ຂອງສຳນັກງານທີ່ປິດໄປໃນຕົ້ນເດືອນ ເຊິ່ງເປັນສ່ວນໜຶ່ງຂອງການປັບຄະນະລັດຖະມົນຕີຈີນ ຄັ້ງໃຫຍ່ທີ່ສູດໃນຮອບຫຼາຍປີ ດ້ວຍການຄວບຮວມ ກະຊວງ ແລະ ຈັດຕັ້ງໜ່ວຍງານໃໝ່.

ນອກຈາກນີ້, ຄະນະກຳມະການກາງພັກຄອມມຸຍນິດຈີນ ຍັງອະນຸມັດການຕັ້ງ ວອຍອອຟໄຊນາ (Voice of China) ເປັນສະຖານີວິທະຍຸໂທລະພາບແຫ່ງໃໝ່ທີ່ຈະລວມສະຖານີວິທະຍຸ ແລະ ສະຖານີໂທລະພາຍຫຼາຍແຫ່ງທີ່ມີຢູ່ໃນປະຈຸບັນ ໂດຍຈະຂຶ້ນຕົງຕໍ່ສຳນັກງານການເຜີຍແຜ່ຂອງພັກຄອມມຸຍນິດ.