ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມີນາ ທີ່ຜ່ານມາວ່າ: ເກີດເຫດເຮືອດູດຊາຍພິກຄ່ຳນອກຝັ່ງ ມາເລເຊຍ ໃນວັນທີ 21 ມີນາ ມີລູກເຮືອເສຍຊີວິດ 1 ຄົນ ແລະ ມີຜູ້ສູນຫາຍ 14 ຄົນ ເປັນຊາວຈີນ ແລະ ເຊື່ອວ່າ ຍັງມີລູກເຮືອບາງຄົນຕິດຢູ່ພາຍໃນເຮືອ.

ເຈົ້າໜ້າທີ່ໜ່ວຍຢາມຝັ່ງ ເປີດເຜີຍວ່າ: ເຈົ້າໜ້າທີ່ໃນລັດຍະໂຮ ທາງພາກໃຕ້ ຂອງປະເທດໄດ້ຮັບແຈ້ງເຫດເຮືອດູດຊາຍເຈບີບີຫຼົງຊາງ 8 ຈົມລົງໃນເວລາປະມານ 08:50 ໂມງ ຕາມເວລາທ້ອງຖິ່ນ ແລະ ໄດ້ສົ່ງເຈົ້າໜ້າທີ່ໄປໃຫ້ຄວາມຊ່ວຍເຫຼືອ, ພົບຜູ້ເສຍຊີວິດ 1 ຄົນ ແລະ ຊ່ວຍເຫຼືອໄວ້ໄດ້ອີກ 3 ຄົນ ແລະ ກຳລັງຄົ້ນຫາຜູ້ສູນຫາຍ ອີກ 14 ຄົນ ເປັນຊາວຈີນ 12 ຄົນ, ອິນໂດເນເຊຍ 1 ຄົນ ແລະ ມາເລເຊຍ ອີກ 1 ຄົນ; ໂດຍເຊື່ອວ່າ ຜູ້ສູນຫາຍຍັງຄົງມີຊີວິດຢູ່ ແລະ ຕິດຢູ່ພາຍໃນເຮືອ ສ່ວນສາເຫດຂອງອຸບັດຕິເຫດຍັງບໍ່ຮູ້ແນ່ຊັດ, ກຳລັງຢູ່ລະຫວ່າງການສອບສວນ ແຕ່ຂະນະເກີດເຫດສະພາບອາກາດແຈ່ມໃສ.