ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮ່ວມກັບກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດພິທີມອບລາງວັນດີເດັ່ນບັ້ນແຂ່ງຂັນປະດິດແຕ່ງບົດເພງ, ກາບກອນ, ຮູບແຕ້ມ ແລະ ຮູບຖ່າຍ ໃນຫົວຂໍ້ “ສາຍສຳພັນລາວ-ຫວຽດນາມ” ໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2017 ໃນວັນທີ 20 ມີນາ 2018; ໂດຍການເປັນປະທານຂອງ ພົຈວ ວັນທອງ ກອງມະນີ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ, ເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ພົທ ຫງຽນ ຈ໋ອງ ເງ້ຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ມີບັນດາຄະນະເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ, ບັນດາຄະນະພັກ-ຄະນະບັນຊາອົງການ, ກົມກອງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພົຈວ ວັນທອງ ກອງມະນີ ກ່າວວ່າ: ການຈັດພິທີມອບລາງວັນໃນຄັ້ງນີ້, ແມ່ນກິດຈະກຳໜຶ່ງທີ່ຈັດຂຶ້ນເພື່ອເຮັດໃຫ້ “ຜູ້ໄດ້ກິນເຂົ້າບໍ່ລືມຄຸນນາ ໄດ້ກິນປາບໍ່ລືມຄຸນນໍ້າ”; ບັນດາບົດເພງ, ກາບກອນ, ຮູບແຕ້ມ ແລະ ພາບຖ່າຍ ດີເດັ່ນ, ທີ່ສວຍສົດງົດງາມນັ້ນ ລ້ວນແຕ່ສ່ອງແສງໃຫ້ເຫັນມູນເຊື້ອແຫ່ງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມມີຊີວິດ, ຊີວາແຫ່ງການພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ ແລະ ຫາໄດ້ຍາກລະຫວ່າງສອງຊາດ, ສອງພັກ, ສອງກອງທັບລາວ-ຫວຽດນາມ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດ ກໍຄືໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ພ້ອມທັງເປັນເປີດໂອກາດໃຫ້ພະນັກງານ-ນັກຮົບພາຍໃນກອງທັບ ແລະ ນັກຮຽນ, ນັກສຶກສາປັນຍາຊົນຜູ້ທີ່ມີຄວາມສາມາດ, ມີພອນສະຫວັນດ້ານການປະດິດແຕ່ງບົດເພງ, ຂຽນບົດກາບກອນ, ແຕ້ມຮູບ ແລະ ຖ່າຍພາບທັງມືອາຊີບ ແລະ ສະໝັກຫຼິ້ນໄດ້ເຂົ້າຮ່ວມແຂ່ງຂັນ.

ການຈັດຕັ້ງປະຕິບັດແມ່ນ ໄດ້ດຳເນີນເປັນເວລາ 90 ກວ່າວັນ ມີ: ບົດເພງຮ້ອງສົ່ງເຂົ້າແຂ່ງຂັນ 126 ບົດ, ບົດກາບກອນ 175 ບົດ, ຮູບແຕ້ມ 89 ພາບ ແລະ ພາບຖ່າຍ 110 ພາບ; ສາມາດຄັດເລືອກໄດ້ລາງວັນຊະນະເລີດປະເພດພາບຖ່າຍ ແມ່ນພາບຂອງ ທ່ານ ບຸນມາ ອິນຕາວັນ ຈາກວາລະສານປ້ອງກັນຊາດ, ພາບທີ່ສ່ອງແສງເຖິງການປັກຫຼັກໝາຍຊາຍແດນລາວ-ຫວຽດນາມ ເຂດແຂວງອັດຕະປື ລາວ ແລະ ແຂວງກອນຕູມ ຫວຽດນາມ ປີ 1976; ປະເພດບົດເພງຮ້ອງແມ່ນ ທ່ານ ສາຍແກ້ວ ຫຼ້າສົມ ມາຈາກວິທະຍຸ-ໂທລະພາບກອງທັບປະຊາຊົນລາວ ບົດເພງມິດຕະພາບທີ່ຍິ່ງໃຫຍ່; ປະເພດພາບແຕ້ມ ແມ່ນພາບຂອງ ທ່ານ ພອນປະເສີດ ລິນທະວົງ ຈາກກອງພົນທະຫານຮາບທີ 2 ພາບແຕ້ມສະໝໍລະພູມຮົບ ລາວ-ຫວຽດນາມ ແລະ ປະເພດກາບກອນ ແມ່ນ ບຸດສາຍຂອງຄອງຜ້າເຫຼືອງ ຈາກວັດປ່າໜອງບົວທອງເໜືອ ກາບກອນຫອມແຜ່ນດິນກິ່ນບໍ່ຫາຍ ຫອມສະຫາຍລາວ-ຫວຽດນາມ.