ພິທີເປີດນໍາໃຊ້ ໂຮງງານຜະລິດຝຸ່ນບົ່ມ ຈາກສິ່ງເສດເຫຼືອມາເປັນຊັບພະຍາກອນ ແລະ ມອບ-ຮັບລົດຂີ້ເຫຍື້ອໄຟຟ້າອັດສະລິຍະ ຈັດຂຶ້ນໃນວັນທີ 23 ມີນາ 2022, ໂດຍການເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ອິນມູຮົງ ເອກອັກຄະຣາຊະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມ, ຮອງເຈົ້າເມືອງ, ທ່ານຜູ້ຕາງໜ້າ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ກ່າວວ່າ:

ໂຄງການສ້າງຄວາມອາດສາມາດໃນການຄຸ້ມຄອງຂີ້ເຫຍື້ອ ແມ່ນໂຄງການປັບປຸງສະພາບແວດລ້ອມຕົວເມືອງໃຫ້ມີຄວາມສະອາດຈົບງາມ ແລະ ຮູ້ນຳໃຊ້ຂີ້ເຫຍື້ອມາເປັນຊັບພະຍາກອນ.

ໃນປີ 2017, ສະຖາບັນເຕີບໂຕສີຂຽວ GGGI ໄດ້ແຈ້ງເຈດຈໍານົງເຖິງ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບ ການຮ່ວມມື ແລະ ສຶກສາຄວາມເປັນໄປໄດ້ໃນກອບວຽກງານເຕີບໂຕສີຂຽວ ໃນຂະແໜງການຈັດການຂີ້ເຫຍື້ອ ແລະ ບໍາບັດນໍ້າເປື້ອນ ໂດຍການຊ່ວຍເຫຼືອລ້າຈາກອົງການ KOICA  ສາທາລະນະລັດ ເກົາຫຼີ ເຊິ່ງມີມູນຄ່າລວມທັງໝົດ 6,78 ລ້ານໂດລາສະຫະລັດ.

ໃນເດືອນກໍລະກົດ 2019, ກໍໄດ້ມີພິທີເຊັນບົດບັນທຶກການສົນທະນາ 3 ຝ່າຍ ຄື: ກົມແຜນການ ແລະ ການຮ່ວມມື ກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການ KOICA ແລະ ສະຖາບັນເຕີບໂຕສີຂຽວ GGGI.

ໃນເດືອນທັນວາ ປີ 2020, ໄດ້ເປີດກອງປະຊຸມລິເລີ່ມ ການຈັດຕັ້ງປະຕິບັດໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບປັບປຸງສະພາບແວດລ້ອມຕົວເມືອງ ໃນ ສປປ ລາວ, ເຊິ່ງໃນວາລະກອງປະຊຸມ ແມ່ນໄດ້ມອບວຽກຄົ້ນຄວ້າຍຸດທະສາດຄຸ້ມຄອງຂີ້ເຫຍື້ອ ແລະ ກໍ່ສ້າງສິ່ງອໍານວຍຄວາມສະດວກການບໍລິການຄັດແຍກຂີ້ເຫຍື້ອໃຫ້ ຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ນັບແຕ່ມື້ເລີ່ມຈັດຕັ້ງປະຕິບັດໂຄງການ ມາຮອດປັດຈຸບັນແມ່ນໄດ້ເຮັດສໍາເລັດ ໃນການສ້າງແຜນຍຸດທະສາດ ແລະ ແຜນດໍາເນີນງານການຄຸ້ມຄອງຂີ້ເຫຍື້້ອແບບຍືນຍົງ ຂອງນະຄອນຫຼວງວຽງຈັນ, ສ້າງທະນາຄານຂີ້ເຫຍື້ອລີໄຊເຄີນ ຢູ່ໂຮງຮຽນປະຖົມ ມ.ຕົ້ນ ແລະ ມ.ປາຍ ໃນເມືອງສີໂຄດຕະບອງ, ນຳໃຊ້ຂີ້ເຫຍື້ອທີ່ຍ່ອຍສະຫຼາຍໄດ້ ມາຜະລິດເປັນຝຸ່ນຊີວະພາບ, ນຳໃຊ້ຮູບແບບຈັດເກັບມ້ຽນຂີ້ເຫຍື້ອທີ່ເປັນລະບົບ ຢູ່ 3 ບ້ານທົດລອງ ຄື: ບ້ານໜອງບົວທອງເໜືອ, ບ້ານດົງນາໂຊກໃຕ້ ແລະ ບ້ານປາກທ້າງ ໃນເຂດເມືອງສີໂຄດຕະບອງ.

ໃນພິທີດັ່ງກ່າວ, ແຂກທີ່ເຂົ້າຮ່ວມກໍໄດ້ຕັດແຖບຜ້າ, ມີການລັ່ນຄ້ອງ 9 ບາດ ເພື່ອຮັບຮອງເອົາການເປີດນໍາໃຊ້ ໂຮງງານຜະລິດຝຸ່ນບົ່ມ ຈາກສິ່ງເສດເຫຼືອມາເປັນຊັບພະຍາກອນ ຢ່າງເປັນທາງການ; ໃນໂອກາດດຽວກັນນັ້ນ, ຍັງໄດ້ຈັດພິທີມອບ-ຮັບລົດຂົນສົ່ງຂີ້ເຫຍື້ອໄຟຟ້າອັດສະລິຍະ ຈໍານວນ 4 ຄັນ ໂດຍໄດ້ຮັບການສະໜັບສະໜູນຊ່ວຍເຫຼືອລ້າຈາກອົງການ GGGI ແລະ ອົງການ KOICA ສ.ເກົາຫຼີ.