ຫ້ອງວ່າການ ກະຊວງ ປກສ ໄດ້ສະຫຼຸບບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2021 ໃນວັນທີ 24 ມີນາ 2022, ເປັນປະທານໂດຍ ສະຫາຍ ພັອ ສຸລິນະ ແກ້ວປະເສີດ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະຫ້ອງ, ກົມ, ພະແນກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ພັອ ສຸລິນະ ແກ້ວປະເສີດ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ

ສະຫາຍ ພັອ ສີວັນທາ ເພຍສະຂາ ຄະນະພັກຫ້ອງວ່າການ ເລຂາໜ່ວຍພັກ ຫົວໜ້າຫ້ອງການເມືອງ ກ່າວວ່າ:

ການດໍາເນີນຊີວິດການເມືອງຄັ້ງນີ້ ເປັນການປັບປຸງກໍາລັງຫ້ອງວ່າການກະຊວງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ມີການຫັນປ່ຽນຢ່າງຈະແຈ້ງ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ການເມືອງໃຫ້ມີຜົນສໍາເລັດ.

ສະຫາຍ ພັອ ສີວັນທາ ເພຍສະຂາ ຄະນະພັກຫ້ອງວ່າການ ເລຂາໜ່ວຍພັກ ຫົວໜ້າຫ້ອງການເມືອງ

ນອກນີ້, ກໍເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ທົ່ວຫ້ອງວ່າການກະຊວງ ໄດ້ເຊື່ອມຊຶມ, ກໍາແໜ້ນທາດແທ້, ມູນເຊື້ອອັນສະຫງ່າງາມ, ຜົນງານໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 61 ປີ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ພ້ອມກັນປົກປັກຮັກສາ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນດີງາມຂອງກໍາລັງປ້ອງກັນຄວາມສະຫງົບ.

ຜ່ານການສໍາຫຼວດກວດກາໃນບັ້ນດໍາເນີນຊີວິດການເມືອງ ກໍຄື ການດໍາເນີນກວດກາຕີລາຄາປະເພດຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃນຄັ້ງນີ້ ສາມາດຈັດແບ່ງປະເພດສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໄດ້ດັ່ງນີ້:

  • ມີສະມາຊິກພັກທັງໝົດ 273 ສະຫາຍ ຍິງ 82 ສະຫາຍ
  • ສົມບູນ 250 ສະຫາຍ ຍິງ 79 ສະຫາຍ
  • ສໍາຮອງ 23 ສະຫາຍ ຍິງ 3 ສະຫາຍ
  • ມີໜ້າຈັດແບ່ງປະເພດຕົວຈິງ 248 ສະຫາຍ ຍິງ 76 ສະຫາຍ
  • ສະມາຊິກພັກເຂັ້ມແຂງ ມີ 235 ສະຫາຍ ຍິງ 66 ສະຫາຍ ເທົ່າກັບ 94%
  • ສະມາຊິກພັກແຂງ 12 ສະຫາຍ ຍິງ 9 ສະຫາຍ ເທົ່າກັບ 5%
  • ສະມາຊິກພັກກາງ 1 ສະຫາຍ ຍິງ 1 ສະຫາຍ ເທົ່າກັບ 1%

ໂອກາດດັ່ງກ່າວ ຍັງໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021; ໃນນີ້, ໜ່ວຍພັກທີ່ຂຶ້ນກັບ ຫ້ອງວ່າການ ກະຊວງ ປກສ ຖືກຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ມີ 8 ໜ່ວຍພັກຮາກຖານ ຄື:

  • ໜ່ວຍພັກຮາກຖານ ຫ້ອງການເມືອງ
  • ໜ່ວຍພັກຮາກຖານ ກົມເສນາທິການ
  • ໜ່ວຍພັກຮາກຖານ ກົມກົດລັບ
  • ໜ່ວຍພັກຮາກຖານ ກົມພົວພັນຕ່າງປະເທດ
  • ໜ່ວຍພັກຮາກຖານ ກົມນິຕິກໍາ-ກົດໝາຍ
  • ໜ່ວຍພັກຮາກຖານ ກົມຄຸ້ມຄອງເອກະສານ
  • ໜ່ວຍພັກຮາກຖານ ກົມເລຂານຸການ
  • ໜ່ວຍພັກຮາກຖານ ກົມບໍລິຫານ-ພະລາທິການ