ສູນຝຶກອົບຮົມ ກົມໃຫຍ່ການເມືອງ ປກສ ໄດ້ຈັດພິທີເປີດຊຸດຮຽນໃຫ້ນັກຮຽນ ລະບົບກໍ່ສ້າງວິຊາສະເພາະຊັ້ນຕົ້ນ ທົ່ວໄປ ຮຸ່ນທີ II ສົກປີ 2022-2023 ໃນວັນທີ 23 ມີນາ 2022, ໂດຍມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະສູນ, ແຂກຮັບເຊີນ, ພາກສ່ວນກ່ຽວຂ້ອງ, ພະນັກງານ ແລະ ນັກຮຽນ ເຂົ້າຮ່ວມ.

ພັທ ພາແກ້ວ ວິພົນຮຽນ ຫົວໜ້າສູນຝຶກອົບຮົມ ກ່າວວ່າ:

ຈໍານວນນັກຮຽນຄັ້ງນີ້ ມີທັງໝົດ 186 ສະຫາຍ ຍິງ 84 ສະຫາຍ, ປະກອບມີ 3 ໝວດວິຊາຮຽນ ຄື:

  • ໝວດວິຊາຄວາມຮູ້ທົ່ວໄປ ມີ 4 ວິຊາ 13 ວັນ 91 ຊົ່ວໂມງ
  • ໝວດວິຊາພື້ນຖານວິຊາສະເພາະ ມີ 11 ວິຊາ 65 ວັນ 455 ຊົ່ວໂມງ
  • ໝວດວິຊາສະເພາະມີ 8 ວິຊາ 176 ວັນ 455 ຊົ່ວໂມງ

ໃນນີ້, ຮຽນຕົວຈິງ 131 ວັນ 917 ຊົ່ວໂມງ, ຝຶກຫັດພາຍນອກ 30 ວັນ 210 ຊົ່ວໂມງ; ຄົ້ນຄວ້າ ແລະ ສອບເສັງຈົບຫຼັກສູດ 15 ວັນ 105 ຊົ່ວໂມງ ລວມ 254 ວັນ 1.778 ຊົ່ວໂມງ.

ສິ້ນສຸດໂຄງການຫຼັກສູດການຮຽນ-ການສອນ, ນັກຮຽນແຕ່ລະສະຫາຍ ຕ້ອງໄດ້ທວນຄືນ ແລະ ສອບເສັງເອົາຄະແນນຈົບຊັ້ນໃນແຕ່ລະພາກວິຊາຮຽນຄື: ພາກວິຊາການເມືອງ, ພາກວິຊາກົດໝາຍ ແລະ ພາກວິຊາປ້ອງກັນຄວາມສະຫງົບ, ແຕ່ລະພາກວິຊາຕ້ອງໄດ້ຄະແນນ 6 ຂຶ້ນໄປ.

ການເປີດຮຽນໃນຊຸດນີ້ ແມ່ນບາດກ້າວໃໝ່ຂອງການປັບປຸງ-ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່, ເຂັ້ມແຂງຂຶ້ນເປັນກ້າວໆ ແລະ ທັງແມ່ນການຕັດສິນໃຈສູງຂອງ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ ເພື່ອການພັດທະນາຊັບພະຍາກອນ, ເຮັດໃຫ້ໂຄງການຫຼັກສູດການຮຽນ-ການສອນ ໄດ້ຮັບຜົນສຳເລັດ ໂດຍສະເພາະແມ່ນບັນດານັກຮຽນທີ່ມາຮຽນຄັ້ງນີ້ ຕ້ອງໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມຮູ້ທາງດ້ານວິຊາສະເພາະ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ປະຕິບັດກົດລະບຽບຂອງສູນຝຶກອົບຮົມ ໃຫ້ເຂັ້ມງວດ.