ໜ່ວຍພັກຫ້ອງການກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໃນອາທິດຜ່ານ ມາ, ເປັນປະທານໂດຍ ສະຫາຍ ພັທ ບຸນທ່ຽງ ພັນດີ ຄະນະພັກກອງບັນຊາການເລຂາໜ່ວຍພັກຫ້ອງການຫົວໜ້າຫ້ອງການ, ເຂົ້າຮ່ວມມີສະຫາຍ ພັອ ບຸນຫຼ້າ ສຸລິຍາ ຄະນະປະຈໍາພັກ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກ ເຂົ້້າຮ່ວມ.

ສະຫາຍ ພັທ ບຸນທ່ຽງ ພັນດີ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາກວດກາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2021 ແລະ ທິດທາງແຜນການ ປີ 2022 ວ່າ: 1 ປີຜ່ານມາ, ເອົາໃຈໃສ່ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ ນຳພາ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ລະບຽບວິໄນຂອງກໍາລັງປ້ອງກັນຄວາມສະຫງົບ, ເຮັດໃຫ້ສະມາຊິກພັກ, ມະຫາຊົນມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີການດຳເນີນຊີວິດການເມືອງ, ລະບອບສ່ອງແສງລາຍງານ, ກວດກາສະຫຼຸບຖອດຖອນບົດຮຽນ ແລະ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ ສາມາດຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວິຊາສະເພາະ ແລະ ໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ຜ່ານການດຳເນີນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສາມາດຕີລາຄາແບ່ງປະເພດສະມາຊິກພັກໄດ້ປະເພດແຂງ 36 ສະຫາຍ ຍິງ 9 ສະຫາຍ, ມະຫາຊົນ ໄດ້ປະເພດ ດີ 11 ສະຫາຍ ຍິງ 6 ສະຫາຍ, ປະເພດ 5 ພະແນກການ ແລະ ອົງການຈັດຕັ້ງມະຫາຊົນໄດ້ປະເພດແຂງ, ຕີລາຄາການນຳພາຂອງໜ່ວຍພັກຕາມ 5 ດ້ານ, ດ້ານການເມືອງຕີລາຄາໄດ້ 2 ຄະແນນ, ດ້ານແນວ ຄິດ 1,5 ຄະແນນ, ດ້ານການຈັດຕັ້ງ 1,5 ຄະ ແນນ, ດ້ານແບບແຜນການນຳພາ 1,9 ຄະ ແນນ, ດ້ານການນຳພາປະຕິບັດໜ້າທີ່ການເມືອງ 2,9 ຄະແນນ ຄະແນນລວມ 9,8 ຄະແນນ.

ສະຫາຍ ພັອ ບຸນຫຼ້າ ສຸລິຍາ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ສະມາຊິກພັກແຕ່ລະສະຫາຍກໍາແໜ້ນເຊື່ອມຊຶມບັນດາທິດທາງໄປຜັນຂະຫຍາຍເປັນອັນລະອຽດ ເພື່ອພ້ອມກັນປະຕິບັດໃຫ້ປະກົດຜົນເປັນຈິງ, ເປັນແບບຢ່າງນໍາໜ້າ, ເປັນເຈົ້າການນໍາພາມະຫາຊົນ, ເພີ່ມທະວີການຕິດຕາມກວດກາ, ການສະຫຼຸບຖອດຖອນບົດຮຽນເພື່ອແກ້ໄຂບັນຫາ ແລະ ຂໍ້ຂາດຕົກບົກຜ່ອງແຕ່ລະໄລຍະໃຫ້ທັນການ, ຈັດຕັ້ງປະຕິບັດຖືເອົາລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ມີການແບ່ງຄວາມຮັບຜິດຊອບຈະແຈ້ງ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ຂັ້ນລຸ່ມຕ້ອງປະຕິບັດຕາມຂັ້ນເທິງ, ບຸກ ຄົນຕ້ອງປະຕິບັດຕາມການຈັດຕັ້ງຢ່າງເຂັ້ມງວດ, ພ້ອມກັນຮັກສາມູນເຊື້ອໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໝັ້ນຄົງຕະຫຼອດໄປ.