ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ ກະຊວງ ປກສ ໄດ້ໂອ້ລົມຕໍ່ພິທີຮັບຮອງຈົບຊັ້ນ ແລະ ປິດຊຸດຮຽນໃຫ້ນັກສຶກສາຕໍ່ເນື່ອງປະລິນຍາຕີ ຮຸ່ນທີ XIV ຂອງວິທະຍາຄານຕຳຫຼວດປະຊາຊົນ ວ່າ: ການທີ່ຈະຍົກສູງຄຸນນະພາບການກໍ່ສ້າງກໍາລັງຕໍາຫຼວດ ປະຊາຊົນໃຫ້ນັບມື້ດີຂຶ້ນຕ້ອງເລັ່ງໃສ່ການຄົ້ນຄວ້າທິດສະດີ, ປັບປຸງຕໍາລາສອນ, ປັບປຸງໂຄງການຫຼັກສູດໃຫ້ເໝາະສົມກັບສະພາບການຕົວຈິງໃນ. ປັດ ຈຸບັນ, ປະກອບພາຫະນະ, ອຸປະກອນອັນຈໍາເປັນຮັບໃຊ້ການສອນ-ການຮຽນ, ຄົ້ນຄວ້າ ເລືອກເຟັ້ນບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ເພື່ອປະກອບເຂົ້າໃນກົງຈັກການຈັດຕັ້ງໃຫ້ສາມາດແບກຫາບໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຕົນ, ຈັດຕັ້ງສະຫຼຸບຖອດຖອນບົດຮຽນ ດ້ານດີ, ດ້ານອ່ອນ ແລະ ສາເຫດ ທີ່ເຮັດໃຫ້ລະບົບການສອນ-ການຮຽນບໍ່ໄດ້ຮັບປະສິດທິຜົນສູງ.

ພ້ອມກັນນັ້ນ, ກໍຕ້ອງຊອກວິທີປັບປຸງແກ້ໄຂ ເພື່ອກໍ່ສ້າງພະນັກງານຫຼັກແຫຼ່ງຂັ້ນນໍາພາ-ບັນຊາ ແລະ ພະນັກງານວິຊາການ ຕິດພັນກັບພາລະກິດສ້າງພັກ-ສ້າງກໍາລັງສູ່ຄຸນນະພາບໃໝ່ໃຫ້ສົມຄູ່ກັບການສົມມຸດຖານທີ່ວ່າ: ” ວິທະຍາຄານຕໍາຫຼວດປະຊາຊົນ ປຽບເໝືອນໂຮງງານອຸດສາຫະກໍາໜັກທີ່ແປຮູບ ກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນ ໃຫ້ເປັນນາຍຕໍາຫຼວດທີ່ມີວຸດທິການສຶກສາປະລິນຍາຕີ, ປະລິນຍາໂທ ແລະ ມຸ່ງສູ່ປະລິນຍາເອກ “, ສ້າງໃຫ້ມີຄວາມຮູ້, ຄວາມ ສາມາດທາງດ້ານວິຊາສະເພາະ, ມີຄວາມຮູ້ດ້ານພາສາຕ່າງປະເທດທີ່ແນ່ນອນ, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ມີຄຸນ ສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນການດໍາລົງຊີວິດທີ່ປອດໃສຂາວສະອາດ, ຕອບສະໜອງໄດ້ ທັງດ້ານຈໍານວນ ແລະ ຄຸນນະພາບ, ຕັ້ງໜ້າພັດທະນາວິຊາການ, ໂຄງ ການຫຼັກສູດ, ບໍາລຸງ-ກໍ່ສ້າງພະນັກ ງານ, ວິໄຈບົດຮຽນມູນເຊື້ອການ ຕໍ່ສູ້ກູ້ຊາດອັນພິລະອາດຫານຂອງກໍາລັງປ້ອງກັນຄວາມສະຫງົບ, ຄົ້ນ ຄວ້ານໍາໃຊ້ບົດຮຽນຂອງຕ່າງປະ ເທດເຂົ້າໃນການຍົກລະດັບຕໍາລາສິດສອນ ແນໃສ່ພັດທະນາກໍາລັງປ້ອງກັນຄວາມສະຫງົບປະຊາຊົນເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.

ຕ້ອງປະຕິບັດກົນໄກການປະສານງານກັບພາກສ່ວນອື່ນໆທັງພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ທິດສະດີວິຊາສະເພາະທີ່ໄດ້ສຶກສາຮໍ່າຮຽນຢູ່ໃນສະຖາບັນການສຶກສາແຫ່ງນີ້ ຕິດພັນກັບພຶດຕິກໍາສູ້ຮົບຕົວຈິງໃນແຕ່ລະໄລຍະກ່ອນອື່ນຕ້ອງປະຕິບັດກົນໄກການປະສານງານກັບກົມກອງວິຊາສະເພາະ ອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ ໃນຂອບເຂດທົ່ວປະເທດຢ່າງເປັນປົກກະຕິ, ເພື່ອປະສານສົມທົບແລກປ່ຽນບົດຮຽນ, ຕີລາຄາປະ ເມີນຜົນລະຫວ່າງການສ້າງກັບການໃຊ້ ແລະ ຖອດຖອນເປັນບົດຮຽນຕໍ່ບັນຫາທີ່ພົວພັນເຖິງເນື້ອໃນໂຄງການຫຼັກສູດການສອນ-ການຮຽນ, ສ້າງເງື່ອນໄຂອໍາ ນວຍຄວາມສະດວກ ແລະໃຫ້ ຄວາມຮ່ວມມືຊ່ວຍເຫຼືອໃນການ ເກັບກໍາຂໍ້ມູນທາງດ້ານວິຊາສະເພາະ ເພື່ອຮັບໃຊ້ເຂົ້າໃນການຄົ້ນຄວ້າວິທະຍາສາດ, ຮ່ວມຖ່າຍທອດບົດ ຮຽນ, ຄວາມຮູ້ປະສົບການຕົວຈິງ ດ້ວຍການສິດສອນ, ການລາຍງານ ຕົວຈິງ ຫຼື ປາຖະກະຖາໃຫ້ນັກສຶກ ສາ, ຮ່ວມເປັນຄູປະຈໍາຕໍາແໜ່ງ. ພ້ອມນັ້ນ, ກໍປະສານສົມທົບກັບວິທະຍາຄານຕຳຫຼວດບັນດາປະເທດສະມາຊິກອາຊຽນ ໂດຍສະເພາະ ວິທະຍາຄານຕໍາຫຼວດປະຊາຊົນ ຫວຽດນາມ, ວິທະຍາຄານຕໍາຫຼວດຢຸນນານ ສປ ຈີນ ເພື່ອຍົກລະດັບການສຶກສາຂອງວິທະຍາຄານຕໍາ ຫຼວດປະຊາຊົນເຮົາຂຶ້ນຕື່ມ ຕາມ ເງື່ອນໄຂຄວາມສາມາດຕົວຈິງໃຫ້ເໝາະສົມກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານ.

ຕ້ອງວາງຄາດໝາຍສູ້ຊົນ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານຄົ້ນຄວ້າວິທະຍາສາດ ເປັນຕົ້ນແມ່ນການຄົ້ນຄວ້າຫຼັກມູນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ທັດສະນະພື້ນຖານຂອງພັກປະຊາຊົນ ປະຕິວັດລາວ, ການສູ້ຮົບອັນພິລະອາດຫານຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ປ້ອງກັນສະກັດກັ້ນການກະທໍາຜິດ, ຄວາມຮູ້ພື້ນຖານດ້ານອາຍາວິທະຍາ, ສ້າງຕໍາລາສອນ-ຕໍາລາຮຽນທຸກລະບົບໃຫ້ຫຼາຍຂຶ້ນ ໂດຍອີງໃສ່ການຄົ້ນຄວ້າວິທະຍາສາດໃຫ້ຕິດພັນກັບການສະຫຼຸບສັງລວມບັນດາພຶດຕິກໍາຕົວຈິງ, ເອົາໃຈໃສ່ ແລະ ຖືເອົາການຂຽນບົດວິທະຍານິພົນຂອງນັກສຶກສາ, ນັກຄົ້ນຄວ້າໃຫ້ເປັນລະບົບ ແລະ ຕໍ່ເນື່ອງ ເພື່ອສະສົມຂໍ້ມູນຂ່າວສານຮັບໃຊ້ໃຫ້ແກ່ການສອນ-ການຮຽນໃຫ້ດີກວ່າເກົ່າ, ປັບ ປຸງລະບົບໂຄງການຫຼັກສູດຂັ້ນປະລິນຍາໂທ, ປະລິນຍາຕີ ແລະ ກໍ່ສ້າງຫຼັກສູດປະລິນຍາເອກໃຫ້ສໍາເລັດໃນໄວໆນີ້ ທັງຮັບປະກັນຕາມມາດຕະຖານຂອງກະຊວງສຶກສາທິການ ແລະ ກິລາວາງອອກ.