ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ແມ່ນການສຸມ ທຸກກຳລັງແຮງສັງລວມ ເຂົ້າໃສ່ການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ.

ວຽກງານຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ແມ່ນປະກອບມີຫຼາຍວຽກທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່; ໜຶ່ງໃນວຽກງານທີ່ສໍາຄັນອີກຢ່າງໜຶ່ງ ກໍຄືການສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ໃນນີ້, ການຜະລິດສື່ໂຄສະນາ ແລະ ອຸປະກອນຮັບໃຊ້ການສຶກສາອົບຮົມ ໂດຍການຈັດພິມປຶ້ມກົດໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານການໂຄສະນາຕ້ານຢາເສບຕິດ, ສະກັດກັ້ນບັນຫາຢາເສບຕິດ; ພ້ອມນີ້, ກໍຕ້ອງໄດ້ລົງສຶກສາອົບຮົມບັນດາພະນັກງານ-ລັດຖະກອນ, ນັກສຶກສາ ລວມໄປເຖິງພໍ່-ແມ່ປະຊາຊົນຢູ່ສໍານັກງານ-ອົງການ, ສະຖາບັນສຶກສາ, ສະຖາບັນຄອບຄົວໃຫ້ທົ່ວເຖິງ ເພື່ອເປັນການປູກຈິດສໍານຶກໃຫ້ເຂົາເຈົ້າຮັບຮູ້ໄດ້ເຖິງໄພອັນຕະລາຍຂອງຢາເສບຕິດ.

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ກໍເປັນອີກວິຊາສະເພາະຂອງກຳລັງ ປກສ ທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດໂດຍເລີ່ມຈາກການຈັດຕັ້ງເຜີຍແຜ່-ເຊື່ອມຊຶມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021- 2023 ) ໃນວັນທີ 10 ມີນາ 2022 ເປັນປະທານ ແລະ ເຜີຍແຜ່ໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ຫ້ອງ, ຄ້າຍ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ; ທັງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ກຳລັງຄຸມຂັງ-ດັດສ້າງກ່ຽວກັບການແກ້ໄຂຢາເສບຕິດແລ້ວນຳໄປຈັດຕັ້ງປະຕິ ບັດເຂົ້າໃນຂົງເຂດວຽກງານທີ່ຢູໃນຄວາມຮັບຜິດຊອບຂອງຕົນເອງ.

ພົຈວ ສົມລິດ ດາວຮຸ່ງສຸລິດ ກ່າວວ່າ: ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ປະກອບມີ 4 ພາກ ຄື: ພາກທີ 1 ແມ່ນສະພາບ ລວມ ແລະ ຄວາມຈໍາເປັນຮີບດ່ວນໃນການແກ້ໄຂບັນຫາຢາເສບຕິດຢູ່ລາວ; ພາກທີ 2 ແມ່ນເນື້ອ ໃນມາດຕະການແກ້ໄຂບັນຫາຢາ ເສບຕິດ ແຕ່ປີ 2021-2023; ພາກທີ 3 ແມ່ນແບ່ງຄວາມຮັບ ຜິດຊອບ ແລະ ພາກທີ 4 ແມ່ນວິທີການຈັດຕັ້ງປະຕິບັດ; ວິທີຈັດຕັ້ງປະຕິບັດວາລະແຫ່ງຊາດ ໄດ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະທີ 1 ເລີ່ມແຕ່ເດືອນກັນຍາ-ທັນວາ 2021, ແມ່ນໄລຍະກະກຽມຄວາມພ້ອມ ແລະ ເຊື່ອມຊຶມເອກະ ສານ ເຊັ່ນ: ຄໍາສັງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າ ດ້ວຍເພີ່ມທະວີການນໍາພາຊີ້ນໍາຂອງຄະນະ ພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ມະຕິຂອງສະພາແຫ່ງຊາດ ເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບ ຕິດ ( 2021-2023); ວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍຢາເສບຕິດ ເລກທີ 02/ສພຊ, ລົງວັນທີ 9 ສິງຫາ 2021; ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເຖິງບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ-ນະຄອນຫຼວງ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ເອກະສານ, ນິຕິກໍາອື່ນໆທີ່ກ່ຽວຂ້ອງ.ໄລຍະທີ 2 ແຕ່ເດືອນ ມັງກອນ 2022-ເມສາ 2023, ( ໄລຍະເກັບຂໍ້ມູນ-ວິໄຈຂໍ້ມູນ, ຈັດຕັ້ງປະຕິບັດແຜນ ການ ແລະ ແກ້ໄຂບັນຫາຢາເສບຕິດ ຕາມ 6 ແຜນວຽກຈຸດສຸມທີ່ໄດ້ກໍາ ນົດໃນວາລະແຫ່ງຊາດ ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ສ້າງຂະບວນການສະເຫຼີມສະຫຼອງວັນແຫ່ງຊາດ, ວັນສາກົນຕ້ານຢາເສບຕິດ ແລະ ປຸກລະດົມຂົນຂວາຍເງິນ ເຂົ້າກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ; ລົງໂຄສະນາເຜີຍແຜ່ສຶກສາອົບຮົມບັນດາ ບ້ານເປົ້າໝາຍທີ່ກໍານົດໄວ້ໃຫ້ໄດ້ 80% ຂຶ້ນໄປຂອງຈໍານວນບ້ານ ເປົ້າໝາຍທັງໝົດ; ໄລຍະທີ 3 ແຕ່ເດືອນກັນຍາ ຫາເດືອນທັນວາ 2023 ( ໄລຍະສະຫຼຸບ, ປະເມີນ ຜົນການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ) ມອບໃຫ້ຄະນະພັກ-ການນໍາຂັ້ນກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອໍານາດການປົກ ຄອງທ້ອງຖິ່ນແຕ່ລະຂັ້ນຈັດຕັ້ງ ການສະຫຼຸບ, ປະເມີນຜົນ, ຕີລາຄາຄືນການຈັດຕັ້ງປະຕິບັດ, ຖອນຖອນບົດຮຽນຂອງວາລະແຫ່ງຊາດ ແລະ ຈັດ ຕັ້ງການຍ້ອງຍໍຊົມເຊີຍຕໍ່ກົມກອງ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັ່ນໃຫ້ສໍາເລັດພາຍໃນເດືອນທັນວາ 2023.

ພ້ອມນີ້, ຍັງໄດ້ເຜີຍແຜ່ຄໍາສັງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກ ແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ມະຕິຂອງສະພາແຫ່ງຊາດ ເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023); ກົດໝາຍ ວ່າດ້ວຍການປັບປຸງບາງມາດ ຕາຂອງກົດໝາຍ ວ່າດ້ວຍຢາເສບຕິດ ເລກທີ 02/ສພຊ, ລົງ ວັນທີ 9 ສິງຫາ 2021; ຄຳສັ່ງ ເລກທີ 19/ນຍ ລົງວັນທີ 4 ຕຸລາ 2021 ກ່ຽວ ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການ ແຂ້ໄຂບັນ ຫາຢາເສບຕິດ ( 2021 -2023 ).

ນອກນັ້ນ, ທ່ານຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ຍັງໄດ້ຊີ້ນຳບາງບັນຫາໃຫ້ຄະນະພັກ-ຄະນະນໍາ ຕະຫຼອດຮອດຜູ້ເຂົ້າຮ່ວມ ຈົ່ງນໍາເອົາເນື້ອໃນຈິດ ໃຈ, ທິດຊີ້ນຳຂອງຂັ້ນເທີງ ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງມອບໃຫ້ກຳລັງວິຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ທົ່ວເຖິງ, ປະຕິບັດຕາມທິດຊີ້ນຳຂອງກະຊວງ ເພື່ອໃຫ້ສອດຄ່ອງກັບວຽກ ງານຕົວຈິງ ເຮັດໃຫ້ຢາເສບຕິດໃນຫຼຸດໜ້ອຍຖອຍລົງເທື່ອລະກ້າວ.