ຄະນະຊາວໜຸ່ມກອງບັນຊາການປ້ອງກັນເຄື່ອນທີ່ ແມ່ນອົງການຈັດຕັ້ງໜຶ່ງທີ່ຂຶ້ນກັບການຊີ້ນຳ-ນຳພາໂດຍກົງຮອບດ້ານຈາກຄະນະພັກກອງບັນຊາ ການປ້ອງກັນເຄື່ອນທີ່, ເປັນເສນາທິການໃຫ້ແກ່ຄະນະພັກກອງບັນຊາການປ້ອງກັນເຄື່ອນທີ່, ຮັບຜິດຊອບໂດຍກົງຕໍ່ວຽກງານ, ຄົ້ນຄວ້າຍຸດທະສາດກໍ່ສ້າງ, ປັບປຸງ ສະມາຊິກຊາວໜຸ່ມໃນກຳລັງປ້ອງກັນເຄື່ອນທີ່ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນການພັດທະນາຊາວໜຸ່ມອ້ອມຂ້າງກອງບັນຊາ ການ, ຄະນະຊາວໜຸ່ມກອງບັນຊາການປ້ອງກັນເຄື່ອນທີ່ ມີ 9 ສະຫາຍ ຍິງ 1 ສະຫາຍ, ມີ 9 ໜ່ວຍຂຶ້ນກັບ, ມີສະມາຊິກຊາວໜຸ່ມທັງໝົດ ຈໍານວນ 807 ສະຫາຍ ຍິງ 137 ສະຫາຍ, ມີຄະນະໜ່ວຍ 40 ສະຫາຍ ຍິງ 1 ສະຫາຍ.

ພັທ ຫຼຽນທອງ ຄໍາສຸລິປັນຍາ ຮອງເລຂາຄະນະຊາວໜຸ່ມກອງບັນຊາການ ປທ ກ່າວໃນກອງ ປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາໄຕມາດ IV ປີ 2021 ແລະ ທິດທາງແຜນການປະຈໍາໄຕມາດ I ປີ 2022 ຂອງ ຄະນະຊາວໜຸ່ມກອງບັນຊາການປ້ອງກັນເຄື່ອນທີ່ວ່າ: ຜ່ານມາ, ຄະນະຊາວ ໜຸ່ມພວກເຮົາໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສະມາຊິກຊາວໜຸ່ມເຮັດໜ້າທີ່ວຽກງານວິຊາສະເພາະ ກໍຄືປ້ອງກັນຈຸດສໍາຄັນຂອງພັກ-ລັດ, ເອກະຊົນຈຳ ນວນ 13 ຈຸດ, ປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ, ເຄື່ອນຍ້າຍວັດຖຸມີຄ່າ, ເກັບກູ້ລະເບີດ ຈຳນວນ 1 ໜ່ວຍ, ປ້ອງກັນກອງປະຊຸມໃຫ່ຍຂອງອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ, ປ້ອງກັນກອງປະຊຸມສະໄໝສາມັນ ເທື່ອທີ II ຂອງ ສະພາແຫ່ງຊາດ ຊຸດທີ IX, ປ້ອງກັນກອງປະຊຸມສູນກາງສະຫະພັນແມ່ຍິງລາວ, ລົງກວດໜ້າດິນຢູ່ດາວແດງ ແລະ ຫໍພິພິທະພັນປະທານ ໄກສອນ ພົມວິຫານ, ປ້ອງກັນການປ່ອນບັດເລືອກຕັ້ງ ສະມາ ຊິກສະພາດູມາ ສະໄໝທີ VIII ຂອງຣັດເຊຍ, ປ້ອງກັນພິທີ ເປີດເສັ້ນທາງລົດໄຟ ລາວ-ຈີນ, ປ້ອງກັນພິທີເປີດສາງເກັບເຄື່ອງ ສິນຄ້າເສັ້ນທາງລົດໄຟລາວ-ຈີນ, ປ້ອງກັນກອງປະຊຸມປະສົມປະສານ, ປ້ອງກັນເວນຍາມປະຕູໂຂງເຂົ້າ-ອອກຄ້າຍລວມທັງໝົດ 1.350 ເທື່ອຄົນ, ອອກກວດກາລາດຕະ ເວນຕາມຈຸດຫຼ່ໍແຫຼມໃນຂອບເຂດນະຄອນຫຼວງ ຈຳນວນ 930 ເທື່ອຄົນ, ໄດ້ຈັດຕັ້ງກໍາລັງປະຈໍາການກຽມ ພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂສະພາບການຕ່າງໆທີ່ຈະເກີດຂຶ້ນ 8.400 ເທື່ອຄົນ;

ນອກຈາກນໍາພາສະມາຊິກ ປະຕິບັດວຽກງານວິຊາສະເພາະແລ້ວຍັງເອົາໃຈໃສ່ດ້ານການເມືອງ-ແນວຄິດ ຄະນະຊາວໜຸ່ມໄດ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມດ້ວຍວິທີການນໍາເອົາພື້ນຖານແນວຄິດທິດສະດີມາກ-ເລ ນິນ, ແນວຄິດປະທານ ໄກສອນ ພົມວິຫານ, ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງຂອງພັກ-ລັດ ທີ່ໄດ້ກໍານົດອອກໃນແຕ່ລະໄລຍະມາເຜີຍແຜ່ ເຮັດໃຫ້ສະມາຊິກຊາວ ໜຸ່ມທຸກສະຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງ, ຈົງ ຮັກພັກດີ,ຕັ້ງຕໍ່ບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ, ຕໍ່ປະຊາຊົນຢ່າງສຸດໃຈ, ມີລະບຽບວິໄນເຂັ້ມງວດ.

ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມທົ່ວກອງບັນຊາການມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ມີຄຸນທາດການເມືອງໜັກແໜ້ນ ສາມາດຈຳແນກໄດ້ມິດ ແລະ ສັດຕູໄດ້ຢ່າງຈະແຈ້ງ, ຕິດພັນກັບການຕໍ່ເຮັດວຽກງານວິຊາສະເພາະຕາມທິດຊີ້ນໍາຂອງອົງຄະນະພັກກອງບັນຊາການ, ສືບຕໍ່ປະຕິບັດນະໂຍບາຍຕ່າງໆຕໍ່ສະມາຊິກຊາວໜຸ່ມຢູ່ພາຍໃນກອງບັນຊາການຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບຫຼັກການ, ສືບຕໍ່ພົວພັນຮ່ວມມື, ຢ້ຽມຢາມຖາມຂ່າວ, ເສີມຂະຫຍາຍສາຍພົວພັນອັນດີງາມກັບບັນດາກົມກອງແຮກສ່ຽວໃຫ້ສະໜິດແໜ້ນກວ່າເກົ່າ, ສືບຕໍ່ຊຸກຍູ້ໜ່ວຍຊາວໜຸ່ມທັງ 9 ໜ່ວຍທີ່ຂຶ້ນກັບເຄື່ອນໄຫວວຽກງານຂະບວນການຕ່າງໆ ເປັນຕົ້ນຂະບວນ ການກິລາ, ສິລະປະ-ວັນນະຄະດີ, ອອກແຮງງານລວມ, ເພີ່ມພູນຜະລິດຜົນໃຫ້ເປັນຂະບວນຟົດຟື້ນ.

ສັງລວມແລ້ວ 3 ເດືອນຜ່ານມາ, ຄະນະຊາວໜຸ່ມກອງບັນຊາການປ້ອງກັນເຄື່ອນທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາສະມາຊິກຊາວໜຸ່ມເຮັດໜ້າທີ່ວຽກງານວິຊາສະເພາະ ກໍຄືການປ້ອງກັນຈຸດສໍາຄັນຂອງພັກ-ລັດ, ເອກະຊົນ, ປ້ອງກັນໂຄງການ, ເຄື່ອນຍ້າຍວັດຖຸມີຄ່າ, ປ້ອງກັນກອງປະຊຸມ, ປ້ອງກັນເວນ ຍາມ, ອອກກວດ ກາລາດຕະເວນຕາມຈຸດຫຼ່ໍແຫຼມ ແລະ ປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ຮັບປະກັນໄດ້ຄວາມສະຫງົບປອດໄພ;

ພ້ອມນີ້, ນອກຈາກນໍາພາສະມາຊິກປະຕິບັດວຽກງານວິຊາສະເພາະ ຄະນະຊາວໜຸ່ມ ຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະ ມາຊິກຊາວໜຸ່ມ ເຮັດໃຫ້ສະມາຊິກຊາວໜຸ່ມທຸກສະຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງ, ຈົງຮັກພັກດີ, ຕັ້ງຕໍ່ບໍລິສຸດຕໍ່ພັກ-ລັດ,ຕໍ່ ປະເທດຊາດ, ຕໍ່ປະ ຊາຊົນຢ່າງສຸດໃຈ ແລະ ມີລະບຽບວິໄນເຂັ້ມງວດ.