ທ່ານ ພັນຄຳ ວິພາວັນ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ຊີ້ນໍາຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງທົ່ວປະເທດປະຈຳປີ 2022 ໃນທ້າຍເດືອນມີນາຜ່ານມາ ໂດຍເນັ້ນໃຫ້ຄະນະກະຊວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ນະຄອນຫຼວງວຽງຈັນ ຕ້ອງເອົາໃຈໃສ່ພັດທະນາການຂົນສົ່ງຢູ່ພາຍໃນປະເທດໃຫ້ໄດ້ຫຼາຍຮູບແບບ ເພື່ອພັດທະນາລະບົບຂົນສົ່ງໃຫ້ດີຂຶ້ນເທື່ອລະກ້າວ.

ໃນພິທີ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນ ການ ແລະ ບັນດາວຽກພົ້ນເດັ່ນໃນໄລ ຍະປີ 2019-2021 ຂອງກະຊວງ ຍທຂ; ທິດທາງແຜນການລວມ ຂອງແຜນພັດທະນາ 5 ປີ 2021-2025 ແລະ ແຜນວຽກຈຸດສຸມປີ 2023 ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດຂອງກະຊວງ ຍທຂ; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ບົດບັນທຶກການແບ່ງຄວາມຮັບຜິດຊອບວຽກງານ ຍທຂ ລະຫວ່າງ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; ການພັດທະນາຂີດຄວາມສາມາດພະນັກ ງານ-ລັດຖະກອນຂອງຂະແໜງການ ຍທຂ ໃຫ້ມີຄວາມຊໍານານງານກາຍເປັນມືອາຊີບເທື່ອລະກ້າວ.

ທ່ານ ນາຍົກລັດຖະມົນຕີ ກໍໄດ້ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມທັງ, ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິບັດກ່ຽວກັບການພັດທະນາການຂົນສົ່ງພາຍໃນປະເທດໃຫ້ໄດ້ຫຼາຍຮູບແບບ ກ່ອນອື່ນໝົດຕ້ອງເປັນເຈົ້າການໃນການກຳນົດກົນໄກການຈັດຕັ້ງປະຕິບັດການຂົນສົ່ງຫຼາຍຮູບແບບ, ຫຼາຍວິທີໃຫ້ມີຄວາມກົມກຽວ ແລະ ໂລ່ງລ່ຽນ ໂດຍມີການສົມທົບແໜ້ນກັບຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອວາງແຜນພັດທະນາໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນຈຳເປັນ ແລະ ເກີດຜົນປະໂຫຍດທາງດ້ານເສດຖະກິດ-ສັງຄົມ, ສ້າງ ແລ້ວມີປະສິດທິພາບ ແລະ ປະສິດທິຜົນ, ໄດ້ຮັບຜົນຕອບແທນທີ່ຄຸ້ມຄ່າກັບການລົງທຶນ; ເອົາໃຈໃສ່ພັດທະນາ 9 ທ່າບົກ ຕາມຈຸດຕ່າງໆທີ່ໄດ້ກຳນົດໄວ້ໃຫ້ເປັນຮູບປະທຳ, ມີຄວາມທັນສະໄໝ, ບໍລິການເຕົ້າໂຮມ, ແຈກຢາຍ ແລະ ບໍລິການສິນຄ້າສົ່ງອອກພາຍນອກໂລ່ງລ່ຽນ, ສະດວກ, ມີປະສິດທິພາບ ແລະ ປະສິດທິຜົນວ່ອງໄວ.

ນອກຈາກນີ້, ການຄຸ້ມຄອງຊັບສິນ ແລະ ການບູລະນະສ້ອມແປງຕາໜ່າງເສັ້ນທາງ ຕ້ອງເພີ່ມທະວີການຕິດຕາມກວດກາການຄຸ້ມຄອງນໍາໃຊ້ພື້ນຖານໂຄງລ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ສໍາຄັນຕ້ອງສ້າງໃຫ້ໄດ້ເຈົ້າໜ້າທີ່ຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າວຽກ.

ສະເພາະການພັດທະນາຕາໜ່າງເສັ້ນທາງລົດໄຟ ແລະ ການໜູນໃຊ້ທ່າແຮງຂອງຕາໜ່າງເສັ້ນທາງລົດໄຟໃນການພັດທະນາເສດຖະກິດແຫ່ງຊາດ ຕ້ອງໄດ້ຄົ້ນຄວ້າວ່າຈະນໍາໃຊ້ທ່າແຮງແນວໃດໃຫ້ເກີດປະໂຫຍດສູງສຸດຈາກການຂົນສົ່ງ ແລະ ການບໍລິການ; ເອົາໃຈໃສ່ສ້າງບຸກຄະລາກອນ ເພື່ອສາມາດຮັບປະກັນສືບຕໍ່ວຽກງານໃນຕໍ່ໜ້າ; ນຳເອົາຄວາມຮູ້ ແລະ ບົດຮຽນຈາກການພັດທະນາ ລົດໄຟລາວ-ຈີນ ເປັນບົດຮຽນໃນການປັບປຸງ ແລະ ຖອດ ຖອນບົດຮຽນໃນການພັດທະນາຂະຫຍາຍຕາໜ່າງເສັ້ນທາງລົດໄຟທີ່ພວກເຮົາຈະພັດທະນາໃນອະນາຄົດ.