ປີ 2021, ກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສາມາດແກ້ໄຂຄໍາຮ້ອງ ແລະ ຄະດີສຳເລັດ 362 ເລື່ອງ, ຜູ້ຖືກຫາ 47 ຄົນ ຍິງ 6 ຄົນ, ເຊິ່ງຖ້າທຽບໃສ່ປີ 2020 ແກ້ໄຂໄດ້ 106 ເລື່ອງ, ຜູ້ຖືກຫາ 11 ຄົນ ຍິງ 4 ຄົນ. 

ກອງປະຊຸມສະຫຼຸບ ປະຈຳປີ 2021 ແລະ ວາງທິດທາງຈຸດສຸມ ປີ 2022 ຂອງກົມຕຳຫຼວດສືບສວນ-ສອບສວນ ຈັດຂຶ້ນໃນວັນທີ 23 ມີນາ, ເປັນປະທານໂດຍ ພັອ ແກ່ນຈັນ ພົມມະຈັກ ຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະກົມ, ພະນັກງານ-ນັກຮົບພາຍໃນກົມ ເຂົ້າຮ່ວມ.

ໃນພິທີ, ພັອ ດວງຈັນ ວົງວິໄຊ ຮອງຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ ກ່າວວ່າ:

ປີ 2021, ກົມຕໍາຫຼວດສືບສວນ-ສອບສວນ ສາມາດແກ້ໄຂຄໍາຮ້ອງ ແລະ ຄະດີ ສຳເລັດ 362 ເລື່ອງ; ໃນນີ້, ສົ່ງໃຫ້ອົງການໄອຍະການ 68 ເລື່ອງ ກັກຕົວຜູ້ຖືກຫາ 47 ຄົນ, ບໍ່ເປີດການສືບສວນ-ສອບສວນ 41 ເລື່ອງ, ສົ່ງໃຫ້ພາກສ່ວນອື່ນ 56 ເລື່ອງ, ຊັດມ້ຽນ 4 ເລື່ອງ, ໂຈະການສືບສວນ-ສອບສວນ 21 ເລື່ອງ, ສົ່ງຄໍາຮ້ອງຄືນໂຈດ ຫຼື ເຈົ້າຂອງຄໍາຮ້ອງຖອນຟ້ອງ 5 ເລື່ອງ, ເປັນໜັງສືສະເໜີ ແລະ ວຽກງານປະສານຕ່າງໆ ຈໍານວນ 167 ເລື່ອງ.

ປັດຈຸບັນ, ຄໍາຮ້ອງ ແລະ ສໍານວນຄະດີທີ່ຍັງຄ້າງມີຈໍານວນ 266 ເລື່ອງ; ໃນນີ້, ເຮັດບົດລາຍງານຄະດີທັງໝົດ 322 ເລື່ອງ, ເອົາຄຳໃຫ້ການ 682 ຄັ້ງ, ສົ່ງໝາຍຮຽກ 720 ຄັ້ງ, ລົງປະສານສົມທົບຊ່ວຍຕ່າງແຂວງ, ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງ 841 ຄັ້ງ, ສໍາເນົາ 74 ເລື່ອງ.

ຄະດີທີ່ພົ້ນເດັ່ນທີ່ໄດ້ແກ້ໄຂຜ່ານມາ ແມ່ນ ຄະດີຄາດຕະກຳທັງປຸ້ນຊັບ, ງັດຕູ້ເສບ, ໂຕນຄຸກ ແລະ ຄະດີຄາດຕະກຳ 2 ສົບ ຢູ່ນະຄອນຫຼວງວຽງຈັນ, ເຊິ່ງກົມຕຳຫຼວດສືບສວນ-ສອບສວນ ໄດ້ເຂົ້າຮ່ວມນຳພາດຳເນີນຄະດີຈົນສຳເລັດ.

ໂອກາດດຽວກັນ, ພັອ ແກ່ນຈັນ ພົມມະຈັກ ກໍໄດ້ເນັ້ນໃຫ້ ຄະນະກົມ ແລະ  ພະນັກງານ-ນັກຮົບພາຍໃນກົມ ຕັ້ງໜ້າປັບປຸງບຳລຸງກໍ່ສ້າງ ແລະ ເອົາໃຈໃສ່ສຶກສາອົມຮົມນາຍ ແລະ ພົນຕຳຫຼວດ ໃຫ້ຮັບປະກັນພຽງພໍທາງດ້ານຈຳນວນ ແລະ ຄຸນນະພາບ ເພື່ອໃຫ້ສາມາດຮອງຮັບກັບໜ້າທີ່ການເມືອງໃນໄລຍະໃໝ່.

ນອກນີ້, ກໍໃຫ້ເອົາໃຈໃສ່ວຽກງານສືບສວນ-ສອບສວນ ແລະ ດຳເນີນຄະດີຢ່າງວ່ອງໄວ, ບໍ່ໃຫ້ຄະດີອັ່ງອໍ-ແກ່ຍາວ, ຮັບປະກັນທາງດ້ານກົດໝາຍ ແລະ ຖືກຕາມຂັ້ນຕອນຂອງການດຳເນີນຄະດີ, ສືບຕໍ່ຕິດຕາມບັນດາກຸ່ມແກ້ງ ແລະ ເປົ້າໝາຍກໍ່ອາຊະຍາກຳຕ່າງໆ ເພື່ອສະກັດກັ້ນ ແລະ ທັບມ້າງໃຫ້ທັນເວລາ, ເອົາໃຈໃສ່ຮັກສາເຄື່ອງຂອງກາງຄະດີບໍ່ໃຫ້ເກີດຕົກເຮ່ຍເສຍຫາຍ ແລະ ຖືກຕ້ອງຕາມຫຼັກການວິຊາສະເພາະ ແລະ ກົດໝາຍກຳນົດ.

ບໍ່ພຽງເທົ່ານີ້, ຍັງຕ້ອງໄດ້ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ຢ່າງເປັນລະບົບກົມກຽວກັນກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກຸ່ມປຸ້ນຊັບ, ຊິງຊັບ, ລັກຊັບ, ຄາດຕະກຳ, ສໍ້ໂກງຊັບ, ລັກພາຕົວ ແລະອື່ນໆ ເພື່ອຊອກໃຫ້ໄດ້ຜູ້ຫົວໂປ່ຕົວການ ນຳມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ ແລະ ສຸດທ້າຍ ໃຫ້ເອົາໃຈໃສ່ຄຸ້ມຄອງຜູ້ຖືກຫາ ແລະ ນັກໂທດ ເພື່ອຮັບປະກັນການໂຕນອອກຈາກຄ້າຍຄຸມຂັງ ພ້ອມທັງສຶກສາອົມຮົມໃຫ້ກາຍເປັນພົນລະເມືອງທີ່ດີຂອງສັງຄົມ.