ເພື່ອເຮັດໃຫ້ພະນັກງານສະມາຊິກພັກ, ພະນັກງານ-ນັກຮົບ ທົ່ວກຳລັງ ປກສ ຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງກ່ຽວກັບ ປະຫວັດມູນເຊື້ອຂອງພັກ, ໃນວັນທີ 24 ມີນາ 2022 ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22 ມີນາ 1955-22 ມີນາ 2022), ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ຫົວໜ້າຄະນະຫ້ອງ, ກອງ, ຄ້າຍ, ລັດວິສາຫະກິດບໍລິການຄວາມປອດໄພ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພົຈວ ສົມໄຊ ຈັນທະວົງ ໄດ້ຍົກໃຫ້ເຫັນບົດບາດການນຳພາ ແລະ ການກຳເນີດຂອງ ພັກປະຊາຊົນປະຕິວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງ,  ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃນລະບອບປະຊາທິປະໄຕ ປະຊາຊົນລາວ, ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍສືບທອດພາລະກິດຂອງພັກຄອມມູນິດອິນດູຈີນ ເຊິ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງໃນການນຳພາກໍ່ຕັ້ງທະນຸບຳລຸງຝຶກຝົນຫຼ່ໍຫຼອມ ແລະ ກໍ່ສ້າງ.

ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວບັນດາເຜົ່າ ລຸກຮື້ຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ຈົນຍາດໄດ້ໄຊຊະນະ ແລະ ສະຖາປະນາເປັນ ລະບອບປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາຈົນເຖິງປະຈຸບັນ ເຊິ່ງໄດ້ເຮັດໃຫ້ຫຼາຍຂົງເຂດວຽກງານໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.