ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຈັດກອງປະຊຸມປ່ອນບັດທາບທາມ ເພື່ອກຳນົດເອົາພະນັກງານນຳພາ-ບັນຊາ ຂັ້ນກົມໃຫ່ຍການເມືອງຄຸ້ມຄອງ ພິທີໄດ້ຈັດຂຶ້ນໃນວັນທີ 25 ມີນາ 2022, ເປັນປະທານໂດຍ ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ, ໂດຍມີ ພັອ ບຸນເລີດ ຄະທຸມພົມ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະຫ້ອງການເມືອງ ປກສ ແຂວງ, ຫົວໜ້າພະແນກ-ຮອງພະແນກ, ປກສ ກຸ່ມບ້ານ, ຫົວໜ້າໜ່ວຍງານ-ຮອງໜ່ວຍງານ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປັນການທາບທາມກໍານົດເອົາພະນັກງານນຳພາ-ບັນຊາ ຢູ່ໃນຕຳແໜ່ງຂັ້ນໜ່ວຍງານ ແລະ ຂັ້ນພະແນກ, ຜູ້ທີ່ຈະຄັດເລືອກເອົາ ຕ້ອງເປັນບຸກຄົນມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີປະຫວັດຈະແຈ້ງ, ມີຄວາມບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ອຸດົມການປະຕິວັດ, ຮູ້ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ມີຄວາມເປັນແບບຢ່າງໃນການຝຶກຝົນຫຼ່ໍຫຼອມຕົນເອງ, ສາມາດເຕົ້າໂຮມຄວາມສາມັກຄີ, ຜ່ານຜ່າອຸປະສັກ ແລະ ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບທີ່ຜັນແປຢູ່ພາຍໃນ ແລະ ສາກົນ, ມີມາດຕະຖານຄວາມຮູ້-ຄວາມສາມາດທີ່ແນ່ນອນ, ສາມາດຫຼ້ອນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.

ໂອກາດດັ່ງກ່າວ, ຄະນະຮັບຜິດຊອບຊຸກຍູ້ກອງປະຊຸມ ກໍໄດ້ອະທິບາຍຄວາມໝາຍຄວາມສຳຄັນຂອງການທາບທາມ ແລະ ອະທິບາຍຊີ້ແຈງກ່ຽວກັບການຂີດບັດທາບທາມ. ຫຼັງຈາກນັ້ນ, ຄະນະພັກ-ຄະນະກອງ, ພະນັກງານຊີ້ນຳ-ນຳພາພະນັກງານ-ນັກຮົບ ໄດ້ພ້ອມກັນປ່ອນບັດທາບທາມບຸກຄະລາກອນທີ່ຈະກຳນົດເປັນພະນັກງານນຳພາ-ບັນຊາ ຂັ້ນກົມໃຫຍ່ການເມືອງຄຸ້ມຄອງ.