ຫ້ອງສັນຕິບານ ແລະ ຫ້ອງພະລາທິການ ປກສ ແຂວງສາລະວັນ ຈັດກອງປະຊຸມເປິດບັ້ນດຳເນີນຊີວິດການເມືອງ ຕິດພັນກັບ ການສະຫຼຸບຜົນງານ ປະຈຳປີ 2021 ໃນວັນທີ 22 ມີນາຜ່ານມາ, ໂດຍມີ ພັທ ເອກກະລາດ ແທ່ງສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າຫ້ອງສັນຕິບານ, ພັທ ຄຳໂກ້ ທົງຄຳຫານ ຫົວໜ້າຫ້ອງພາລາທິການ ປກສ ແຂວງ, ມີບັນດາພະແນກ, ດ່ານສາກົນລະໄລ, ດ່ານປາກຕະພານ, ໜ່ວຍງານ-ວິຊາການ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການເຜີຍເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າຂອງ ກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ເອກະສານຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດໃນໄລຍະໃໝ່,   ເອກະສານຈັນຍາທຳ ແລະ ຈັນຍາບັນຂອງນາຍ ແລະ ພົນຕໍາຫຼວດ.

ນອກນັ້ນ, ໃນກອງປະຊຸມຍັງໄດ້ຜ່ານບົດສະຫຼຸບປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງທັງ 2 ຫ້ອງ; ໃນນັ້ນ, ວຽກງານພະລາທິການ  ໄດ້ເອົາໃຈສຶກອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງເປັນປະຈໍາ, ສ້າງພະນັກງານໃຫ້ມີຄວາມດຸໝັ່ນຫ້າວຫັນ, ມີນ້ຳໃຈເສຍສະຫຼະ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ, ໃຫ້ຕົນເອງກາຍເປັນພະນັກງານ-ນັກຮົບທີ່ຫ້າວຫັນບຸກບືນເພື່ອກ້າວໜ້າ, ປັບປຸງແຜນວິທີເຮັດວຽກຂອງນາຍ ແລະ ພົນຕຳຫຼວດໃຫ້ມີຄຸນນະພາບດີກວ່າເກົ່າ, ເອົາໃຈໃສ່ສ້າງແຜນງົບປະມານ, ອຸປະກອນຮັບໃຊ້ວຽກງານປະຈໍາວັນຂອງພະນັກງານ-ນັກຮົບ ເພື່ອຮັບປະກັນໃນການລ້ຽງດູກໍາລັງຢ່າງຖືກຕ້ອງຕາມລະບຽບຫຼັກການຕາມທິດຊິີ້ນໍາຂອງຂັ້ນເທິງ, ເບີກຈ່າຍເຄື່ອງນຸ່ງຫົ່ມ, ເບີກຈ່າຍເງິນເດືອນຢ່າງເປັນປົກກະຕິ, ຄຸ້ມຄອງລາຍຮັບ-ລາຍຈ່າຍປົກປັກຮັກສາເງິນສົດໃຫ້ຖືກຕ້ອງຕາມລະບຽບຫຼັກການ, ວິໄນຂອງແຜນການ-ການເງິນ, ປັບປຸງລະບົບບັນຊີໃໜ່ໃຫ້ເປັນເອກະພາບໃນແຕ່ລະກົມກອງ, ຄຸ້ມຄອງການກໍ່ສ້າງທີ່ໄດ້ຮັບການອະນຸມັດຈາກຂັ້ນເທິງກໍສໍາເລັດຕາມຄາດໜາຍທີ່ວາງໄວ້.

ສຳລັບວຽກງານສັນຕິບານ 1 ປີຜ່ານມາ ໄດ້ເກັບກໍາຕິດຕາມການເຄື່ອນໄຫວຂອງກຸ່ມອິດທິກໍາລັງປໍລະປັກ ແລະ ຄົນບໍ່ຫວັງດີ, ກວດກາລາດຕະເວດຕາມຊາຍແດນ, ບ້ານລຽບຕາມຊາຍແດນ, ທົ່ວແຂວງສາລະວັນ ມີປະຊາຊົນໄປອອກແຮງງານຢູ່ປະເທດເພື່ອນບ້ານ 9.137 ຄົນ, ຂຶ້ນທະບຽນຄຸ້ມຄອງຄົນຕ່າງປະເທດທີ່ມາເຄື່ອນໄຫວເຮັດວຽກ ແລະ ພັກເຊົາຢູ່ໃນແຂວງ 1.172 ຄົນ ຍິງ 373 ຄົນ.