ກອງບັນຊາການ ປກສ ແຂວງຫຼວງພະບາງ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດທົ່ວກອງບັນຊາການ ປກສ ແຂວງ ຈຳນວນ 165 ສະ ຫາຍ ເພື່ອເປັນການປະຕິບັດນະໂຍບາຍຂອງພັກ-ລັດທີ່ມີຕໍ່ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນມີຜົນສຳເລັດໃນໜ້າທີ່ວຽກງານຕົວຈິງ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ, ເຂົ້າຮ່ວມໂດຍ ພົຈວ ສົມຈັນ ແກ້ວຈັນດາ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ມີບັັນດາຄະນະພັກ-ຄະນະກອງບັນຊາການ, ຫົວໜ້າຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນສູງ ເລກ 2 ຕະຫຼອດຮອດນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.

ພັທ ອ່ອນຈັນ ວິໄລຈິດ ຫົວໜ້າຫ້ອງການເມືອງ ປກສ ແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງຫຼວງພະບາງ ດັ່ງນີ້:

  • ພັຕ ຂຶ້ນ ພັທ 7 ສະຫາຍ ຍິງ 1 ສະຫາຍ
  • ຮອ ຂຶ້ນ ພັຕ 17 ສະຫາຍ ຍິງ 2 ສະຫາຍ
  • ຮທ ຂຶ້ນ ຮອ 34 ສະຫາຍ ຍິງ 8 ສະຫາຍ
  • ຮຕ ຂຶ້ນ ຮທ 7 ສະຫາຍ
  • ວາທີ ຂຶ້ນ ຮຕ 1 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 99 ສະຫາຍ ຍິງ 16 ສະຫາຍ

ພົຈວ ສົມຈັນ ແກ້ວຈັນດາ ໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ນາຍ ແລະ ພົນຕຳຫຼວດທົ່ວແຂວງ ສາມາດຍາດມາໄດ້ຕະຫຼອດໄລຍະຜ່ານມາ. ໃນນີ້, ທ່ານໄດ້ເນັ້ນໜັກໃຫ້ນາຍ ແລະ ພົນຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງສືບຕໍ່ຮັກສາເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກຳລັງປ້ອງກັນຄວາມສະຫງົບ ເພີ່ມທະວີຄວາມສາມັກຄີພາຍໃນ, ເອົາໃຈໃສ່ປະຕິບັດລະບຽບວິໄນຂອງກຳລັງຢ່າງເຂັ້ມງວດ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ແນໃສ່ເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບ ໃຫ້ມີປະສິດຕິຜົນສູງ.