ກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ປິດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ສຳເລັດຝຶກອົບຮົມວຽກງານພົວພັນຕ່າງປະເທດ ແລະ ວຽກງານພິທີການ ຄັ້ງທີ VI ປະຈຳປີ 2021 ໃຫ້ນາຍ ແລະ ພົນຕຳຫຼວດໃນຂອບເຂດທົ່ວປະເທດ, ເຂົ້າຮ່ວມໂດຍ ພັອ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ພັອ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນຕ່າງປະເທດ, ມີຕາງໜ້າກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ, ແຂກຮັບເຊີນ, ວິທະນາກອນ ແລະ ນັກສໍາມະນາກອນຈາກ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມ.

ພັທ ບົວລີ ໄຊຍະວົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ກ່າວວ່າ:

ຊຸດຝຶກອົບຮົມໄດ້ດຳເນີນເປັນເວລາ 3 ວັນ, ປະກອບມີ 5 ຫົວຂໍ້ ຄື:

  • ແນວທາງການຕ່າງປະເທດ ຂອງ ສປປ ລາວ
  • ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວຽກງານພົວພັນຕ່າງປະເທດ ໃນກຳລັງປ້ອງກັນຄວາມສະຫງົບ
  • ບັນດາລະບຽບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ
  • ວຽກງານຮ່ວມມືສອງຝ່າຍ ລາວ-ຈີນ
  • ວຽກງານຮ່ວມມືສອງຝ່າຍ ລາວ-ຫວຽດນາມ ແລະ ວຽກງານພິທີການ

ຜ່ານການຝຶກອົບຮົມ ເຫັນໄດ້ວ່າ: ນັກສໍາມະນາກອນແຕ່ລະສະຫາຍ ກໍາໄດ້ແນວທາງການຕ່າງປະເທດຂອງ ສປປ ລາວ ໃນໄລຍະໃໝ່, ເຊິ່ງເປັນການສ້າງຄວາມເປັນເອກະພາບ ພາຍໃນບັນດາໜ່ວຍງານທີ່ຮັບຜິດຊອບວຽກງານພົວພັນຕ່າງປະເທດ ຂອງກຳລັງປ້ອງກັນຄວາມສະຫງົບ, ນັກສຳມະນາກອນມີແນວຄິດຫຼັກໝັ້ນ, ອຸ່ນອຽນທຸ່ນທ່ຽງ, ປະຕິບັດວິໄນຢ່າງເຂັ້ມງວດ ສະແດງອອກໃນການເອົາໃຈໃສ່ຂຶ້ນຫ້ອງຄົບຕາມຫຼັກສູດທຸກປະການ, ຍົກສູງນ້ໍາໃຈສາມັກຄີຮັກແພງ ແລະ ເຂົ້າເຂົ້າໃຈເຊິ່ງກັນແລະກັນລະຫວ່າງ ຄະນະຮັບຜິດຊອບ, ນັກວິທະຍາກອນ, ນັກສໍາມະນາກອນ ກໍຄື ລະຫວ່າງ ນາຍ ແລະ ພົນຕຳຫຼວດ ກົມພົວພັນຕ່າງປະເທດ ແລະ ກອງບັນຊາການ ປກສ ທີ່ເຂົ້າຮ່ວມ.

ພ້ອມນີ້, ກໍຍັງສາມາດຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ, ແຜນການ ແລະ ໂຄງການຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການປັບປຸງ, ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີແບບແຜນທັນສະໄໝ.

ໃນໂອກາດນີ້, ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນກຽດມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ສຳເລັດຊຸດຝຶກອົບຮົມ ຈຳນວນ 22 ສະຫາຍ ຍິງ 13 ສະຫາຍ.