ສະຫະພັນແມ່ຍິງ ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ໄດ້ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ (2016-2020) ໃນວັນທີ 25 ມີນາ ຜ່ານມາ, ເຂົ້າຮ່ວມໂດຍ ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງຫົວໜ້າອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ, ມີບັນດາຄະນະສະຫະພັນແມ່ຍິງ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ

ພັອ ປອ ແກ້ວມີໄຊ ໄຊຍະວົງ ຮອງຫົວໜ້າອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ

ພັທ ນາງ ພູຄຳ ແໜ້ນທອງ ປະທານສະຫະພັນແມ່ຍິງ ວິທະຍາຄານຕຳຫຼວດປະຊາຊົນ ກ່າວວ່າ:

ໃນໄລຍະຜ່ານມາ, ຄະນະສະຫະພັນແມ່ຍິງ ວິທະຍາຄານສຳຫຼວດປະຊາຊົນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກແມ່ຍິງຢູ່ໃນຄວາມຮັບຜິດຊອບຂອງຕົນດ້ວຍຫຼາຍຮູບການ ໃນການນຳພາຈັດຕັ້ງຮໍ່າຮຽນ, ກະຕຸກຊຸກຍູ້ເຊື່ອມຊຶມກຳແໜ້ນແນວທາງ, ແຜນນະໂຍບາຍຂອງພັກລັດ, ມະຕິຄຳສັ່ງ, ຂໍ້ກໍານົດ, ກົດລະບຽບ, ມູນເຊື້ອການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ແລະ ແມ່ຍິງກະຊວງ ປກສ ເຮັດໃຫ້ສະມາຊິກແມ່ຍິງທຸກຄົນຮັກສາໄດ້ທັດສະນະການເມືອງໜັກແໜ້ນ, ສະກັດກັ້ນ ແລະ ຈຳກັດທຸກເງື່ອນໄຂທີ່ຈະພາໃຫ້ເກີດປະກົດການຫຍໍ້ທໍ້ດ້ານຕ່າງໆ.

ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານມາ ສາມາດຄັດເລືອກໄດ້ແມ່ຍິງ 3 ດີ ດັ່ງນີ້:

  • ປະເພດ l ມີ 178 ສະຫາຍ ເທົ່າ 96,2%
  • 3 ດີ ປະເພດ ll ມີ 5 ສະຫາຍ ເທົ່າ 2,7%
  • 3 ດີ ປະເພດ lll ມີ 2 ສະຫາຍ ເທົ່າກັບ 1%

ໂອກາດດັ່ງກ່າວ, ພັທ ນາງ ຈັນສະໝອນ ທຳມະວົງ ຄະນະສະຫະພັນແມ່ຍິງ ວິທະຍາຄານຕຳຫຼວດປະຊາຊົນ ໄດ້ຜ່ານຂໍ້ຕົກລົງຂອງ ສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍ ການມອບໃບຍ້ອງຍໍ-ໃບຊົມເຊີຍໃຫ້ໜ່ວຍແມ່ຍິງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ ຜ່ານມາ ເຊິ່ງສະຫະພັນແມ່ຍິງ ວິທະຍາຄານຕຳຫຼວດປະຊາຊົນ ແມ່ນໄດ້ຈໍານວນ 10 ໜ່ວຍ ຄື:

  • ໜ່ວຍແມ່ຍິງ ຫ້ອງການ
  • ໜ່ວຍແມ່ຍິງ ປະສົມພະນັກງານ
  • ໜ່ວຍແມ່ຍິງ ປະສົມຄູ
  • ໜ່ວຍແມ່ຍິງ ຫ້ອງການເມືອງ
  • ໜ່ວຍແມ່ຍິງ ສູນຂໍ້ມູນສື່ການ-ສຶກສາ
  • ໜ່ວຍແມ່ຍິງ ຫ້ອງພະລາທິການ
  • ໜ່ວຍແມ່ຍິງ ພາສາສາດ
  • ໜ່ວຍແມ່ຍິງ ສຶກສາ 20/4
  • ໜ່ວຍແມ່ຍິງ ນັກກສຶກສາພາສາອັງກິດ
  • ໜ່ວຍແມ່ຍິງ ນັກສຶກສາ 21/4

ນອກຈາກນີ້, ຍັງໄດ້ມອບໃບຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນຕື່ມອີກ ຈໍານວນ 178 ສະຫາຍ.