ໃນວັນທີ 28 ມີນາ 2022, ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈະລາຈອນ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022, ເຂົ້າຮ່ວມໂດຍ ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ພ້ອມດ້ວຍຄະນະກົມ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ຄໍາສອນ ສີດາວົງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວວ່າ:

ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕາມຂອບເຂດຄວາມຮັບຜິດຊອບຢ່າງເຂັ້ມງວດ ໂດຍຫັນເອົາທິດທາງແຜນການ, ເອກະສານນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບ ກົດລະບຽບການສັນຈອນທາງບົກ ລົງໂຄສະນາເຜີຍແຜ່ຢູ່ຕາມໂຮງຮຽນ, ສະຖາບັນ, ວິທະຍາໄລ, ສໍານັກງານ-ອົງການ ແລະ ຕາມປ້ອມ-ສາຍທາງຢ່າງເປັນປົກກະຕິ ເພື່ອປຸກລະດົມ-ເຕືອນສະຕິໃຫ້ນັກຂັບຂີ່ທຸກຄົນທີ່ໃຊ້ລົດ-ໃຊ້ຖະໜົນ ປະຕິບັດຕາມກົດຈະລາຈອນຢ່າງເຂັ້ມງວດ, ຫຼີກລ່ຽງບັນຫາລົດແອອັດ-ອັ່ງອໍ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດທາງທ້ອງຖະໜົນ ເຊິ່ງບັນຫາດັ່ງກ່າວອາດນໍາໄປສູ່ຄວາມເສຍຫາຍເປັນຈໍານວນຫຼວງຫຼາຍ.

ສໍາລັບປີ 2021, ທົ່ວປະທດມີອຸບັດຕິເຫດເກີດຂຶ້ນທັງໝົດ 5.576 ຄັ້ງ, ພາຫະນະເປເພ່ 9.910 ຄັນ, ມີຄົນໄດ້ຮັບບາດເຈັບ 8.388 ຄົນ ແລະ ເສຍຊີວິດ 813 ຄົນ, ເມື່ອທຽບໃສ່ປີ 2020 ການເກີດອຸບັດຕິເຫດຫຼຸດລົງ 1.198 ຄັ້ງ, ພາຫະນະເປເພ່ ຫຼຸດລົງ 2.079 ຄັນ, ຄົນໄດ້ຮັບບາດເຈັບ ຫຼຸດລົງ 1.639 ຄົນ ແລະ ເສຍຊີວິດ ຫຼຸດລົງ 200 ຄົນ. ໃນນັ້ນ, ຈາກຄະດີທີ່ເກີດຂຶ້ນ ແລະ ຄະດີທີ່ຄ້າງມາ ມີຈໍານວນ 6.167 ເລື່ອງ ແລະ ເຈົ້າໜ້າທີ່ສາມາດດໍາເນີນການແກ້ໄຂສໍາເລັດແລ້ວ 5.812 ເລື່ອງ ເທົ່າກັບ 94,24%.

ສໍາລັບຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 853 ຄັ້ງ, ພາຫະນະເປເພ່ 1.775 ຄັນ, ຄົນໄດ້ຮັບບາດເຈັບ 720 ຄົນ ແລະ ເສຍຊີວິດ 161 ຄົນ. ສ່ວນສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ແມ່ນຍ້ອນຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງ ສະຕິເຄົາລົບກົດຈະລາຈອນບໍ່ທັນສູງ ເປັນຕົ້ນແມ່ນ ດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບຂີ່ລົດໄວເກີດກໍານົດ, ລ່ວງປ້າຍຫ້າມ-ໄຟແດງ, ແລ່ນບໍ່ຖືກຊ່ອງຈະລາຈອນ, ຈອດລົດຊະຊາຍຕາມເສັ້ນທາງຫຼວງ ແລະອື່ນໆ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ກວດກາການສັນຈອນຕາມເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼັກຂອງແຂວງ ໂດຍສະເພາະການກວດກາຈັບຄວາມໄວ, ທາດເຫຼົ້າ, ການບັນທຸກສິນຄ້າ, ໂດຍສານເກີນ ແລະ ບັນດາເອກະສານພາຫະນະ ກໍຄື ໄດ້ຈັດຕັ້ງປະຕິບັດຈຸດກວດກາ 3.974 ຄັ້ງ ມີ 20.954 ແຮງງານ, ລົງຈັດສັນຄວາມເປັນລະບຽບຕາມສາຍທາງ, ຕະຫຼາດ ແລະ ຊຸມຊົນ 4.636 ຄັ້ງ. ໃນນີ້, ພົບເຫັນຜູ້ລ່ວງລະເມີດທັງໝົດ 38.174 ຄົນ ຍິງ 4.636 ຄົນ ແລະ ສາມາດສຶກສາອົບຮົມໄດ້ທັງໝົດ 31.666 ຄົນ.

ຄຽງຄູ່ດຽວກັນ, ເຈົ້າໜ້າທີ່ຈະລາຈອນ ຍັງສາມາດກວດພົບຢາບ້າ ຈໍານວນ 6.970.933 ເມັດ, ຢາໄອສ໌ 11 ກິໂລກຼາມ, ໄມ້ 32 ແມັດກ້ອນ, ອາວຸດປືນ 5 ກະບອກ, ລູກປືນ 115 ລູກ, ສາມາດກັກຕົວຜູ້ຖືກຫາໄດ້ 99 ຄົນ ແລະ ພາຫະນະ 100 ຄັນ.