ໃນວັນທີ 28 ມີນາ 2022, ການນໍາກະຊວງ ປກສ ໄດ້ນໍາກະຕ່າດອກໄມ້ເຂົ້າອວຍພອນອະດີດການນໍາ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022) ທີ່ໃກ້ຈະມາເຖິງນີ້, ໂດຍການນໍາພາຂອງ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ.

ການນໍາກະຕ່າດອກໄມ້ເຂົ້າອວຍພອນອະດີດການນໍາ ກະຊວງ ປກສ ຄັ້ງນີ້ ໄດ້ແບ່ງອອກເປັນ 3 ຄະນະ ດັ່ງນີ້:

ຄະນະຂອງ ພົຕ ວັນທອງ ກອງມະນີ ໄດ້ເຂົ້າອວຍພອນ ພົຕ ອາຊາງ ລາວລີ ອະດີດລັດຖະມົນຕີ ກະຊວງ ປກສ, ພົຕ ສິນທະວົງ ໄຊຍະກອນ ອະດີດຮອງລັດຖະມົນຕີ ກະຊວງ ປກສ ແລະ ພົຕ ປອ ສົມຫວັງ ທໍາມະສິດ ອະດີດຮອງລັດຖະມົນຕີ ກະຊວງ ປກສ.

ຄະນະຂອງ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເຂົ້າອວຍພອນຄອບຄົວ ພົຕ ສຸດໃຈ ທໍາມະສິດ ອະດີດຮອງລັດຖະມົນຕີ ກະຊວງ ປກສ, ຄອບຄົວ ພົຈວ ຕຸລາ ອິນທາທິລາດ ອະດີດຮອງລັດຖະມົນຕີ ກະຊວງ ປກສ ແລະ ຄອບຄົວ ພົຕ ຄໍາຜົນ ບຸດດາຄໍາ ອະດີດຮອງລັດຖະມົນຕີ ກະຊວງ ປກສ

ຄະນະຂອງ ພົຕ ບົວວັນ ວົງສາວັນທອງ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ສັນຕິບານ ໄດ້ເຂົ້າອວຍພອນ ພົຕ ຊຽງສົມ ກຸນລະວົງ ອະດີດຮອງລັດຖະມົນຕີ ກະຊວງ ປກສ ແລະ ພົຕ ບຸນມີ ແສງຄໍາຢອງ ອະດີດຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ.

ການນໍາກະຕ່າດອກໄມ້ເຂົ້າອວຍພອນ ຄະນະນໍາ ກະຊວງ ປກສ ຄັ້ງນີ້, ແຕ່ລະຄະນະໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ອະດີດການນໍາ, ຄອບຄົວອະດີດການນໍາ ພ້ອມທັງກ່າວຄໍາອວຍພອນໄຊອັນປະເສີດໃຫ້ມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ສືບຕໍ່ເປັນແບບຢ່າງໃຫ້ທິດຊີ້ນໍາ ກະຊວງ ປກສ; ຖ້າຮາກວຽກໃດບໍ່ທັນເຮັດໄດ້ດີ, ບໍ່ສອດຄ່ອງກັບລະບຽບກົດໝາຍ ກໍໃຫ້ມີທິດຊີ້ນໍາຢ່າງກົງໄປກົງມາ ເຊິ່ງພວກເຮົາຄະນະນໍາ ກໍຄື ກໍາລັງປ້ອງກັນຄວາມສະຫງົບ ຜູ້ເກີດໃໝ່ ໃຫຍ່ລຸນ ກໍຈະນໍາເອົາບົດຮຽນດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນໃຫ້ດີຂຶ້ນກວ່າເກົ່າ.