ຢາເສບຕິດ ແມ່ນສານເຄມີຊະນິດໜຶ່ງ ໃນເມື່ອບຸກຄົນໃດຫາກໄດ້ຮັບເຂົ້າສູ່ຮ່າງກາຍແລ້ວ ຈະແມ່ນດ້ວຍວີທີສູບ, ດົມ, ສັກສີດເຂົ້າໃນເສັ້ນເລືອດ ແລະ ອື່ນໆຫຼາຍຄັ້ງຕິດຕໍ່ກັນ ຈະພາໃຫ້ມີການຕິດຢາເຮັດໃຫ້ຈິດໃຈມີຄວາມຄິດຮອດຄິດເຖິງ, ອາໄລອາວອນ, ຖ້າບໍ່ໄດ້ເສບ ຫຼື ວ່າເສບຫຼາຍເກີນໄປຈະເຮັດໃຫ້ກະ ວົນກະວາຍ, ອາດຈະຄວບຄຸມສະຕິບໍ່ ໄດ້, ເຮັດໃຫ້ຮ່າງກາຍ, ມັນສະໝອງ ແລະ ອະໄວຍາວະສ່ວນຕ່າງໆ ເປັນພິດຊຳ ເຮື້ອຍ້ອນພູມຕ້ານທານຕ່ຳ, ຜູ້ເສບຢາ ເສບຕິດຈະໄດ້ຮັບຜົນຮ້າຍອັນຕະລາຍຕໍ່ຮ່າງກາຍ ແລະ ຈິດປະສາດ, ທຳລາຍຊີວິດ, ບົດບາດ, ກຽດສັກສີ ແລະ ອະນາຄົດຈະຕົກຕ່ຳ, ສະໝອງຖືກທໍາລາຍ ຈະກາຍເປັນບ້າເສຍຈິດ, ມັກໃຊ້ຄວາມ ຮຸນແຮງ, ທໍາລາຍຕົນເອງ, ຄອບຄົວ ແລະ ຄົນອື່ນໃນສັງຄົມ, ບັນຫາດັ່ງກ່າວເປັນສາເຫດພາໃຫ້ເປັນການກົດໜ່ວງ ຖ່ວງດຶງການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ສົ່ງຜົນກະທົບຕໍ່ ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ-ປອດໄພຂອງສັງຄົມ.

ດຣ ສອນໄຊ ລາດຊະວົງ ອໍານວຍການໂຮງໝໍມິດຕະພາບ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ວ່າ: ບັນຫາຢາເສບຕິດແມ່ນມີຜົນກະທົບຫຼາຍຢ່າງເປັນວົງກວ້າງ ເປັນຕົ້ນຕໍ່ບຸກຄົນ, ຄອບຄົວ ແລະ ສັງຄົມ ກໍຄືປະເທດຊາດຂອງພວກເຮົາ; ໃນນີ້, ຕໍ່ບຸກຄົນກໍແມ່ນກ່ຽວກັບສຸຂະພາບ, ໄລຍະສັ້ນຈະພາໃຫ້ເປັນ ປ່ວງ-ບ້າ ບໍ່ສາມາດຄວບຄຸມທາງດ້ານສະຕິ, ຈິດສຳນຶກ, ຄວາມຮູ້ສຶກສຳນຶກຄິດໃນການປະຕິບັດ ຫຼື ສັ່ງການຕ່າງໆຂອງຮ່າງກາຍ ເຮັດໃຫ້ເກີດພາບຫຼອນ ແລະອື່ນໆ, ເຊິ່ງເຮັດໃຫ້ເກີດການກະທໍາຜິດ ເຊັ່ນ: ການໃຊ້ຄວາມຮຸນແຮງຕໍ່ຕົນເອງ, ຄອບຄົວ, ຕໍ່ຄົນອື່ນໃນສັງຄົມ ໂດຍສະເພາະບາງຄັ້ງອາດກະທໍາໂດຍບໍ່ຮູ້ສຶກໂຕເປັນການກະທຳຜິດແບບຊົ່ວວູບ ເຊິ່ງມັນ ມີຄວາມຜິດທາງດ້ານມະນຸດສະທຳ, ສິນທຳ ແລະ ກົດໝາຍ, ຈາກເບົາບາງເຖິງ ຄວາມຮ້າຍແຮງສູນເສຍເຖິງຂັ້ນຊີວິດກໍຄືການສູນເສຍອະນາຄົດຖືກຕັດອິດສະລະພາບເປັນຕົ້ນ, ຜົນກະທົບຍາວນານຕໍ່ ບຸກຄົນ ແມ່ນເຮັດໃຫ້ມີຜົນກະທົບຕໍ່ ລະບົບປະສາດສະໝອງ ເຮັດໃຫ້ເກີດມີ ບັນຫາສຸຂະພາບເປັນບ້າເສຍຈິດ, ຕໍ່ ຄອບຄົວ ຈະກໍ່ໃຫ້ເກີດເປັນພາລະຕໍ່ ຄອບຄົວ, ຄອບຄົວບໍ່ມີຄວາມສະຫງົບ, ບໍ່ມີຄວາມອົບອຸ່ນເຮັດໃຫ້ສູນເສຍບັນ ຫາເສດຖະກິດຄອບຄົວ, ສ້າງຄວາມ ເດືອດຮ້ອນຕໍ່ຜູ້ປົກຄອງ ແລະ ຕໍ່ສັງຄົມ ແມ່ນແຕະຕ້ອງການດໍາລົງຊີວິດກໍຄືດ້ານເສດຖະກິດໃນສັງຄົມເກີດຄວາມວຸ້ນ ວາຍ, ສັງຄົມບໍ່ມີຄວາມສະຫງົບ, ເກີດມີກຸ່ມແກ້ງສ້າງຄວາມວຸ້ນວາຍຂີ້ລັກ, ງັດແງະ, ປຸ້ນ, ຈີ້, ຂ້າເຈົ້າເອົາຊັບ.

ດຣ ສອນໄຊ ລາດຊະວົງ ກ່າວຕື່ມ ອີກວ່າ: ສໍາລັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ (2021-2023) ນີ້ ເຫັນວ່າມີຄວາມໝາຍຄວາມສຳຄັນຫຼາຍໃນການແກ້ໄຂບັນຫາຢາເສບຕິດ. ສະນັ້ນ, ເຫັນວ່າທຸກພາກສ່ວນໃນສັງຄົມ ຈະຕ້ອງມີຄວາມເປັນການຮ່ວມກັນໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ການແກ້ໄຂບັນຫາຢາເສບຕິດທີ່ດີທີ່ສຸດພວກເຮົາຄວນແກ້ໄຂບັນຫາດ້ວຍທີ່ວ່າທຸກຄົນຕ້ອງເອົາໃຈໃສ່ ແລະ ເຂົ້າມາມີສ່ວນຮ່ວມຖ້າວ່າທຸກຄົນມີສ່ວນຮ່ວມໄດ້ ຫຼື ວ່າເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ຊັດເຈນ ເລີ່ມຈາກບຸກຄົນໃນຄອບຄົວເຮັດແນວໃດບໍ່ໃຫ້ລູກ-ຫຼານ, ເຍົາວະຊົນບໍ່ໃຫ້ຕົກເປັນເຫຍື້ອຢູ່ໃນເລ່ກົນຂອງກຸ່ມສະແຫວງຫາ ຜົນປະໂຫຍດຈາກຢາເສບຕິດ ໂດຍທີ່ບໍ່ຄິດຄຳນຶງເຖິງຊີວິດຂອງເຍົາວະຊົນ ແລະ ບັນຫາຄອບຄົວ, ສັງຄົມ ທີ່ຈະເກີດຂຶ້ນໃນພາຍຫຼັງ, ການແກ້ໄຂຕໍ່ຜູ້ທີ່ກະທໍາຜິດນີ້ຄິດວ່າ ພວກເຮົາຈະຕ້ອງໄດ້ແກ້ໄຂຢ່າງທັນການ, ຕໍ່ຜູ້ເສບ ໝາຍເຖິງການປິ່ນປົວບຳບັດມີມາດຕະຖານ ເພື່ອໃຫ້ຊີວິດທາງດ້ານສຸຂະພາບ ແລະ ທາງດ້ານຈິດໃຈໃຫ້ກັບຄືນມາ ເປັນປົກກະຕິ ເພື່ອໃຫ້ເຂົາເຈົ້າກັບມາດຳລົງຊີວິດໄດ້ຢ່າງປົກກະຕິ ພ້ອມມີຄວາມເຂັ້ມງວດຕໍາຜູ້ທີ່ສະແຫວງຫາຜົນປະ ໂຫຍດຈາກຢາເສບຕິດຄ້າ-ຂາຍຢາຄວນດຳເນີນຕາມລະບຽບກົດໝາຍຢ່າງເຂັ້ມງວດທີ່ພວກເຮົາມີຢູ່ແລ້ວນັ້ນ.