ນວັນທີ 26 ເມສາ 2022, ຜູ້ແທນຂັ້ນສູງອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ສປ ຈີນ ໄດ້ຈັດກອງປະຊຸມພົບປະທາງໄກ; ຝ່າຍ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ຝາຍ ສປ ຈີນ ທ່ານ ຈ່າງຈຸນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ເຊິ່ງມີພະນັກງານສອງຝ່າຍເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ກ່າວວ່າ: ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳທີ່ອົງການໄອຍະການປະຊາຊົນຂອງສອງປະເທດ ໄດ້ລົງນາມຮ່ວມກັນໃນປີ 2013 ຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຂອງການພົວພັນ-ຮ່ວມມືວຽກງານໄອຍະການປະຊາຊົນຂອງສອງປະເທດ, ເຊິ່ງໄດ້ເລີ່ມແຕ່ປີ 2002 ເປັນຕົ້ນມາ, ອົງການໄອຍະການປະຊາຊົນແຫ່ງ ສປ ຈີນ ໄດ້ຈັດກອງປະຊຸມຫົວໜ້າອົງການໄອຍະການສູງສຸດຈີນ-ອາຊຽນຄັ້ງປະຖົມມະເລີກກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ເມືອງຄຸນມິງ ສປ ຈີນ ໃນປີ 2004, ທີ່ມາກາວ ໃນປີ 2007, ທີ່ ແຂວງກວາງຊີ ສປ ຈີນ ໃນປີ 2015 ແລະ ໃນປີ 2016 ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຫົວໜ້າອົງການໄອຍະການສູງສຸດອາຊຽນ-ຈີນ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນວຽກງານໄອຍະການລະຫວ່າງ ສປ ຈີນ ກັບບັນດາປະເທດອາ ຊຽນຢ່າງມີປະສິດທິຜົນ, ອົງການໄອຍະການປະຊາຊົນສູງສຸດຂອງສອງປະເທດໄດ້ປະສານງານ ແລະ ຮ່ວມມືກັນເປັນ ປົກກະຕິດ້ວຍຜົນສຳເລັດ.

ພ້ອມກັນນັ້ນ, ຍັງໄດ້ຍົກໃຫ້ເຫັນກິດຈະກຳທີ່ຈະຕ້ອງໄດ້ເຮັດຮ່ວມກັນ ແຕ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຍ້ອນສະພາບລະບາດຂອງພະຍາດໂຄວິດ -19 ເປັນຕົ້ນແມ່ນການໄປຖອດຖອນບົດຮຽນວຽກງານຕິດຕາມກວດກາຄ້າຍຄຸມຂັງດັດສ້າງ, ການຝຶກອົບຮົມໃຫ້ພະນັກງານອົງການໄອຍະການ ສປປ ລາວ ທີ່ສະຖາບັນຝຶກອົບຮົມວຽກງານຈີນ-ອາຊຽນ ທີ່ນະຄອນໜານໜິງ ແຂວງກວາງຊີ, ການຈັດກອງປະຊຸມວຽກງານໄອຍະການປະຊາຊົນຂອງອົງການໄອຍະການປະຊາຊົນແຂວງຢຸນນານ ສປ ຈີນ ກັບອົງການໄອຍະການປະຊາຊົນ 5 ແຂວງ ພາກເໜືອຂອງ ສປປ ລາວ, ການສະໜັບສະ ໜູນເຄື່ອງອຸປະກອນຮັບໃຊ້ ວຽກງານການກວດກາເອກະສານ, ກວດດີເອັນເອ ແລະ ເຄື່ອງຄອມພິວເຕີ, ອຸປະກອນຮັບໃຊ້ວຽກງານກອງປະຊຸມ ທາງໄກ ແລະ ບັນຫາອື່ນຈຳນວນໜຶ່ງ.

ກອງປະຊຸມດັ່ງກ່າວ, ໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີຂອງຄູ່ຮ່ວມຊາຕາກຳສັງຄົມນິຍົມທີ່ມີຄວາມໝາຍຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ຖານສະຫາຍອ້າຍ-ນ້ອງ ເວົ້າລວມ, ການພົວ ພັນ-ຮ່ວມມືຂອງສອງອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ແລະ ອົງການໄອຍະການປະຊາຊົນ ແຫ່ງ ສປ ຈີນ ໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດ ຢັ້ງ.