ໃນວັນທີ 26 ເມສາ 2022, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ບິວ ໂປລີໂຣ ໂນພົວໂລ ທີ່ປຶກສາວຽກງານປ້ອງກັນຄວາມສະຫງົບອົດສະຕຣາລີ ປະຈຳ ສປປ ລາວ ເພື່ອສະແດງຄວາມຊົມເຊີຍເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 61 ປີ ( 5 ເມສາ 1961-5 ເມສາ 2022 ).

ໂອກາດດັ່ງກ່າວ, ພົທ ກົງທອງ ພົງວິຈິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ກໍຄືການພົວພັນຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ, ເຊິ່ງໄດ້ມີການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະການຊ່ວຍເຫຼືອກຳລັງປ້ອງກັນຄວາມສະຫົງບ ເປັນຕົ້ນແມ່ນ ອົດສະຕຣາລີ ກໍໄດ້ໃຫ້ການຊ່ວຍເຫຼືອດ້ານການບໍາລຸງ-ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບລາວ ເປັນຕົ້ນແມ່ນດ້ານພາສາອັງກິດ, ການຊ່ວຍເຫຼືອການຕ້ານອາຊະຍາກໍາຂ້າມຊາດ, ການຟອກເງິນ, ການໂອນເງິນຂ້າມຊາດ, ການກວດສອບເອກະສານກວດຄົນເຂົ້າ-ອອກເມືອງ, ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຊ່ວຍເຫຼືອດ້ານອຸປະກອນເຂົ້າໃນການຕິບັດວິຊາສະເພາະຈໍານວນໜຶ່ງຈາກຊ່ວຍເຫຼືອດັ່ງກ່າວກະຊວງ ປກສ ກໍໄດ້ມານໍາໃຊ້ໃຫ້ເກີດປະສິດທິຜົນສູງສຸດ.

ໂອກາດດັ່ງກ່າວ ທີ່ປຶກສາວຽກງານປ້ອງກັນຄວາມສະຫງົບຂອງອົດສະຕຣາລີ ປະຈຳ ສປປ ລາວ ກໍໄດ້ມອບກະຕ່າດອກໄມ້ໃຫ້ທ່ານຮອງລັດຖະມົນຕີ ກະຊວງ ປກສ ເພື່ອຄວາມສະແດງຄວາມຂໍ່ານັບ ແລະ ຊົມເຊີຍໃນໂອກາດສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 61 ປີ ຫາກໍຜ່ານພົ້ນມາບໍ່ພໍເທົ່າໃດມື້.