ກະຊວງພາຍໃນ ຮ່ວມກັບອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນຂອງການນໍາຂັ້ນສູງອ້ອມຂ້າງສູນກາງ ໃສ່ຮ່າງກົດ ໝາຍວ່າ ດ້ວຍການປົກຄອງ ໃນວັນທີ 25 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະຕີກະຊວງພາຍໃນ ແລະ ທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງຣາ ຊະອານາຈັກ ລຸກຊໍາບວກ (ILSTA), ມີ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນໍາຂັ້ນສູງອ້ອມຂ້າງສູນກາງ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຄະນະກົມ, ຄະນະຄົ້ນຄວ້າ ແລະ ກອງເລຂາຄະນະຄົ້ນຄວ້າຮ່າງກົດໝາຍວ່າ ດ້ວຍການປົກຄອງເຂົ້າຮ່ວມ.

ທ່ານ ນິສິດ ແກ້ວປັນຍາ ກ່າວວ່າ: ການສ້າງກົດໝາຍສະບັບນີ້ ແມ່ນການປະຕິບັດຕາມແນວທາງນະໂຍບາຍຂອງພັກ ໂດຍສະເພາະໃນມະຕິກອງປະ ຊຸມໃຫຍ່ ຄັ້ງທີ IX, X, XI ຂອງພັກ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ປະເທດເຮົາ, ການສ້າງລະບົບກົດໝາຍຂອງ ສປປ ລາວ ໃຫ້ນັບມື້ນັບສົມບູນ ແລະ ເປັນລະບົບຄົບຖ້ວນ ເທື່ອລະກ້າວເຂົ້າສູ່ພາກປະຕິບັດຕົວຈິງ. ນັບແຕ່ປີ 1980 ຈົນມາຮອດປັດຈຸບັນ ສປປ ລາວ ມີກົດໝາຍ 156 ສະບັບ; ໃນນັ້ນ, ກົດໝາຍປົກຄອງ 103 ສະບັບ, ອັນໄດ້ເປັນພື້ນຖານໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງ ຄົມປະເທດເຮົາຢ່າງສັກສິດ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ ໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ, ການແກ້ໄຂຂໍ້ຂັດແຍ່ງໃນສັງຄົມມີຖືກຕ້ອງເປັນທຳ.

ຮ່າງກົດໝາຍດັ່ງກ່າວ ໄດ້ມີການຄົ້ນຄວ້າ, ນັບແຕ່ເດືອນພະຈິກ 2020 ເປັນຕົ້ນມາ ໂດຍມີຄະນະຄົ້ນຄວ້າ 45 ທ່ານ ທີ່ໄດ້ຕາງໜ້າກະຊວງຂະແໜງການອ້ອມຂ້າງສູນກາງ, ເຊິ່ງໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ທາບທາມຄໍາເຫັນໃນຂອບເຂດທົ່ວປະເທດ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນສຳເລັດ ໃນເດືອນມີນາ 2022; ນອກນັ້ນ, ໃນກາງປີນີ້ ຈະມີການຈັດເວທີປຶກສາຫາລືກົດໝາຍປົກຄອງກັບບັນດາປະເທດເພື່ອນມິດ ສສ ຫວຽດນາມ, ສປ ຈີນ, ປະເທດໃກ້ຄຽງ ແລະ ສາກົນ ເພື່ອສ້າງຄວາມຮັບຮູ້ກ່ຽວກັບກົດໝາຍປົກຄອງ ແລະ ການລະດົມຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການປົກຄອງສະບັບນີ້ໃຫ້ຮັດກຸມ ແລະ ສອດຄ່ອງຍິ່ງຂຶ້ນ, ແທດເໝາະກັບສະເພາະຕົວຈິງ ແລະ ຈະໄດ້ນໍາສະເໜີກະຊວງຍຸຕິທໍາກວດກາຄວາມຖືກຕ້ອງເພື່ອນໍາສະເໜີລັດຖະບານພິຈາລະນາ ແລະ ສະພາແຫ່ງຊາດຮັບຮອງເອົາໃນທ້າຍປີນີ້.

ສໍາລັບກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້່າຮ່ວມໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປ-ກົງມາ ຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງ, ສິ່ງທີ່ສອດຄ່ອງ ແລະ ຍັງບໍ່ສອດຄ່ອງເພື່ອນໍາເອົາຮ່າງກົດໝາຍດັ່ງກ່າວໄປປັບປຸງໃຫ້ສົມບູນຂຶ້ນ, ພ້ອມກັນ ນັ້ນ, ທ່ານຮອງລັດຖະມົນຕີກະຊວງພາຍໃນ ຍັງໄດ້ສະແດງຄວາມຂອບໃຈມາຍັງໂຄງການທີ່ໄດ້ໃຫ້ການສະໜັບສະໜູນໃນການຈັດກອງປະຊຸມໃນຄັ້ງນີ້ ກໍຄືສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ແຫ່ງຣາຊະອານາຈັກ ລຸກຊໍາບວກ (ILSTA) ແລະ ຍ້ອງຍໍຢ່າງຈິງໃຈຕໍ່ການນໍາຂັ້ນສູງອ້ອມຂ້າງສູນກາງ, ຜູ້ແທນກອງປະຊຸມທີ່ໄດ້ຍົກສູງຄວາມຮັບ ຜິດຊອບໃນການປະກອບຄຳເຫັນຢ່າງຕັ້ງໜ້າ ເພື່ອເຮັດເນື້ອໃນໃຫ້ກົດໝາຍຄົບຖ້ວນສົມບູນ, ຮັດກຸມ ແລະ ສ່ອງແສງເຖິງແນວທາງຂອງພັກ, ມີລັກ ສະນະຊາດ, ລັກສະນະວິທະຍາສາດ, ລັກສະນະສາກົນ ໂດຍສອດຄ່ອງກັບສະພາບຄວາມເປັນຈິງໃນສະເພາະໜ້າ ແລະ ຍາວນານ, ເຊິ່ງບົດຮຽນດັ່ງກ່າວ ຈະເປັນພື້ນຖານອັນສໍາຄັນເຂົ້າໃນການຄົ້ນຄວ້າສ້າງ, ປັບປຸງກົດໝາຍປົກຄອງ, ການແກ້ໄຂຄະດີປົກຄອງ ກໍຄືການສ້າງລັດທີ່ປົກຄອງດ້ວຍກົດໝາຍປົກຄອງຢູ່ ສປປ ລາວ.