ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນເມສາ 2022, ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ເມສາ 2022 ທີ່ສໍານັກງານນາຍົກ ລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ດຳເນີນພາຍຫຼັງທີ່ປວງຊົນລາວ ທົ່ວປະເທດໄດ້ພ້ອມກັນສະເຫຼີມສະຫຼອງປີໃໝ່ລາວ ດ້ວຍບັນຍາກາດທີ່ດີ, ສອດຄ່ອງກັບຮີດຄອງປະເພນີຂອງຊາດລາວເຮົາ, ການຈັດຕັ້ງພັກ-ລັດ ກໍໄດ້ເປັນແບບຢ່າງປະຕິບັດນະໂຍບາຍປະຢັດມັດທະຍັດ ແລະ ໃນສະພາບທີ່ຍັງມີການ ແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນຫຼາຍດ້ານ; ໃນໄລຍະໜຶ່ງເດືອນຜ່ານມາ, ທ່ານນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຈໍານວນໜຶ່ງໄດ້ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ແລະ ເຄື່ອນໄຫວວຽກງານ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ທ້ອງຖິ່ນໃຫ້ສຳເລັດຕາມແຜນທີ່ວາງໄວ້. ນອກຈາກນີ້, ການນໍາຂັ້ນສູງຂອງລັດຖະບານ ຍັງໄດ້ເຮັດວຽກຮ່ວມກັບອົງການທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂບັນຫາທີ່ຮີບດ່ວນ ແລະ ຈໍາເປັນ.

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນເມສາ 2022 ໄດ້ດຳເນີນເປັນເວລາ 2 ວັນຄື: ວັນທີ 26-27 ເມສາ, ເຊິ່ງເນື້ອໃນຂອງກອງປະຊຸມທີ່ໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນມີ 8 ຫົວຂໍ້ສໍາຄັນ ແລະ ຈໍາເປັນໃນການແກ້ໄຂບັນຫາລວມຂອງຊາດຄື:

1. ສະຫຼຸບການເຄື່ອນ ໄຫວວຽກງານພົ້ນເດັ່ນປະຈໍາເດືອນເມສາ ແລະ ທິດທາງ ແຜນການປະຈໍາເດືອນພຶດສະພາ 2022 ຂອງລັດຖະບານ;

2. ຮ່າງບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ -ສັງຄົມ ແລະ ແຜນການລົງທຶນ ຂອງລັດໝົດປີ 2021;

3. ຮ່າງ ນະໂຍບາຍລາຄານໍ້າປະປາ ແຫ່ງ ສປປ ລາວ ສະບັບປັບປຸງ;

4. ຮ່າງດໍາລັດວ່າດ້ວຍການເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ;

5. ຮ່າງດໍາລັດວ່າດ້ວຍກອງ ທຶນກິລາ-ກາຍຍະກໍາ;

6. ຮ່າງ ແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025;

7. ລາຍງານຜົນການຄົ້ນຄວ້າການສະເໜີ ປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ຂອງຜູ້ອອກແຮງງານ;

8. ລາຍງານການ ກະກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະ ກອບຄຳເຫັນຢ່າງເລິກເຊິ່ງດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.