ໃນໄລຍະການສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວ ພສ 2565 ແຕ່ວັນທີ 11-17 ເມສາ 2022, ຢູ່ແຂວງໄຊຍະບູລີ ມີອຸບັດຕິເຫດເກີດຂຶ້ນ 18 ຄັ້ງ ທຽບໃສ່ປີຜ່ານມາ ຫຼຸດລົງ 8 ຄັ້ງ, ຜູ້ເສຍຊີວິດ 5 ຄົນ ທຽບໃສ່ໄລຍະດຽວກັນປີຜ່ານມາ ຫຼຸດລົງ 2 ຄົນ.

ພັຕ ພວງມາໄລ ແກ້ວບົວໂຮມ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ໃຫ້ສຳພາດຕໍ່ນັກຂ່າວ ປກສ ແຂວງ ໃນວັນທີ 18 ເມສາ 2022 ວ່າ:

ໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565, ຢູ່ແຂວງໄຊຍະບູລີ ມີອຸບັດຕິເຫດເກີດຂຶ້ນ 18 ຄັ້ງ ທຽບໃສ່ປີຜ່ານມາ ຫຼຸດລົງ 8 ຄັ້ງ, ພາຫະນະເປ່ເພ 32 ຄັນ, ພາຫະນະທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນ ລົດຈັກ, ຄົນໄດ້ຮັບບາດເຈັບທັງໝົດ 21 ຄົນ ແລະ ເສຍຊີວິດ 5 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຈຳນວນຜູ້ເສຍຊີວິດຫຼຸດລົງ 2 ຄົນ ລວມມູນຄ່າເສຍຫາຍ 356 ລ້ານກີບ; ສຳລັບສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ສ່ວນຫຼາຍແມ່ນເກີດຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດໄວ

ສະພາບອຸບັດຕິເຫດ ແລະ ຈຳນວນຜູ້ເສຍຊີວິດຫຼຸດລົງ ໃນໄລຍະບຸນປີໃໝ່ລາວ ພສ 2565 ແມ່ນຍ້ອນອົງການປົກຄອງແຂວງ ກໍຄື ການຈັດຕັ້ງຂັ້ນຕ່າງໆ ໂດຍສະເພາະແມ່ນ ກອງບັນຊາການ ປກສ ແຂວງ ໄດ້ອອກແຈ້ງການກ່ຽວກັບລະບຽບການສັນຈອນ ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ເຮັດໃຫ້ສະພາບການສັນຈອນຕາມເສັ້ນທາງສະດວກສະບາຍ ແລະ ບໍ່ມີຄວາມແອອັດ.

ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໄດ້ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງໂຄສະນາກົດລະບຽບຈະລາຈອນ ຕາມບ່ອນທີ່ເຫັນວ່າພົບຄວາມຫຍຸ້ງຍາກ, ອອກກວດກາລາດຕະເວນ ແລະ ຕັ້ງຈຸດກວດກາຢູ່ຕາມຈຸດຕ່າງໆຢ່າງເຂັ້ມງວດ ແລະ ສິ່ງສຳຄັນແມ່ນ ຍ້ອນຜູ້ໃຊ້ລົດ-ໃຊ້ຖະໜົນ ສ່ວນຫຼາຍເອົາໃຈໃສ່ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ເປັນຢ່າງດີ.

ພັຕ ພວງມະໄລ ແກ້ວບົວໂຮມ ກ່າວຕື່ມອີກວ່າ: ໃນປີຕໍ່ໜ້າ, ເຈົ້າໜ້າທີ່ຈະໄດ້ເພີ່ມທະວີໃນການໂຄສະນາກົດລະບຽບຈະລາຈອນ, ສຶກສາອົບຮົມນັກຂັບຂີ່ຕາມສຳນັກງານອົງການ, ສະຖາບັນການສຶກສາໂຮງຮຽນແຫ່ງຕ່າງໆ ໃຫ້ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່່ອຮັບປະກັນໃຫ້ສະພາບອຸບັດຕິເຫດຫຼຸດນ້ອຍຖອຍລົງກວ່າປີຜ່ານມາ.