ເລີ່ມແຕ່ວັນທີ 13-17 ເມສາ 2022 ແມ່ນຊ່ວງໄລຍະສະຫຼອງປີໃໝ່ລາວ ພສ 2565 ຢູ່ແຂວງຄໍາມ່ວນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 9 ຄັ້ງ ແລະ ເສຍຊີວິດ 3 ຄົນ ລວມມູນຄ່າເສຍຫາຍຄິດເປັນເງິນທັງໜົດ 380.000.000 ກີບ.

ພັທ ບຸນອ້ອມ ພົມມະຈັນ ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ:

ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ພສ 2565 ລະຫວ່າງວັນທີ 13-17 ເມສາ 2022, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ເຮັດໜ້າທີ່ອຳນວຍຄວາມສະດວກໃຫ້ຜູ້ຂັບຂີ່, ຜູ້ໃຊ້ລົດ-ໃຊ້ຖະໜົນ, ຜ່ານການເຮັດໜ້າທີ່ໃນໄລຍະ 5 ວັນ ທົ່ວແຂວງຄໍາມ່ວນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 9 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 3 ຄັນ, ເປ່ເພສົມຄວນ 10 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 5 ຄົນ, ບາດເຈັບສົມຄວນ 8 ຄົນ, ບາດເຈັບສາຫັດ 2 ຄົນ ແລະ ເສຍຊີວິດ 3 ຄົນ.

ເຊິ່ງສາເຫດຕົ້ນຕໍ ແມ່ນຍ້ອນຜູ້ຂັບຂີ່ລະເມີດກົດຈະລາຈອນ ປະກອບມີ: ຂັບຂີ່ໃນສະພາບມຶນເມົາ, ຂັບຂີ່ລົດໄວເກີນກຳນົດ, ປ່ຽນທິດທາງເດີນໂດຍກະທັນຫັນ, ແຊງບໍ່ຮັບປະກັນຄວາມປອດໄພ, ບໍ່ປ່ອຍສິດເວລາອອກສູ່ທາງໃຫຍ່, ລ່ວງໄຟແດງ, ລ່ວງປ້າຍຫ້າມ, ຈອດລົດຊະຊາຍ, ຂັບຂີ່ລົດເປັນພຶງເປັນແພ ແລະອື່ນໆ.

ແນວໃດກໍຕາມ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ແຂວງຄຳມ່ວນ ໂດຍສະເພາະກໍແມ່ນ ເຈົ້າໜ້າທີ່ຕຳຫຼວດກອງຄະດີອຸບັດຕິເຫດ ນັບທັງແຂວງ ແລະ ເມືອງ ແມ່ນຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົບນັກຂັບຂີ່ຜູ້ທີ່ໃຊ້ລົດ-ໃຊ້ຖະໜົນ ໃຫ້ມີສະຕິລະມັດລະວັງຕົວ ແລະ ປະຕິບັດກົດລະບຽບຈາລະຈອນໃນການຂັບຂີ່ລົດ ເພື່ອຫຼຸດຜ່ອນອຸບັດຕິເຫດທີ່ຈະເກີດຂຶ້ນຕາມທ້ອງຖະໜົນ