ວຽກງານການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ຫຼາຍພາກສ່ວນໄດ້ຖືສໍາຄັນ ແລະ ເລັ່ງໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ສະແດງອອກໃນດ້ານຜົນງານການເຄື່ອນໄຫວປາບປາມບັນຫາຢາເສບຕິດ ທີ່ເຫັນວ່າມີການລັກລອບຊື້-ຂາຍໃນສັງຄົມ ໂດຍບໍ່ມີການຢ້ານກົວຕໍ່ລະບຽບກົດໝາຍຂອງບ້ານເມືອງ, ເຮັດໃຫ້ຫຼາຍຊີວິດໄດ້ຕົກເປັນທາດຂອງຢາເສບຕິດ ດ້ວຍການເສບ ແລະ ຂາຍ. ນອກນັ້ນ, ຍັງເປັນສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ ເຊັ່ນ: ບັນຫາປຸ້ນຈີ້-ຊິງຊັບ, ນັກເລັງອັນຕະພານ, ຂີ້ລັກ, ຄາດຕະກໍາ, ການຂົ່ມຂືນທໍາສໍາເລົາ ແລະ ບັນຫາອື່ນໆ.

ຕໍ່ກັບບັນຫາດັ່ງກ່າວນີ້, ພາຍຫຼັງ ພັກ-ລັດຖະບານ ໄດ້ປະກາດຍົກເອົາບັນຫາຢາເສບຕິດຂຶ້ນເປັນວ່າລະແຫ່ງຊາດ ເພື່ອແກ້ໄຂ ແລະ ປາບປາມໃຫ້ຫຼຸດລົງຈາກສັງຄົມລາວເຮົາ, ແຂວງຫົວພັນ ກໍໄດ້ນໍາເອົາເນື້ອໃນຈິດໃຈຂອງວາລະດັ່ງກ່າວ ມາຈັດຕັ້ງຜັນຂະຫຍາຍຢ່າງເຂັ້ມງວດ.

ທ່ານ ວັນໄຊ ແພງຊຸມ ເຈົ້າແຂວງຫົວພັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ໄດ້ກ່າວໃນກອງປະຊຸມການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ ປະຈໍາໄຕມາດ I ແລະ ວາງທິດທາງແຜນການ ປະຈໍາໄຕມາດ II ປີ 2022 ວ່າ:

ສຳລັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ແຂວງຫົວພັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ຈິງຈັງ ໂດຍເລີ່ມຈາກການຈັດຕັ້ງເຊື່ອມຊຶມກຳແໜ້ນເນື້ອໃນຂອງແຜນການ ແລະ ບັນດານິຕິກຳອື່ນໆທີ່ກ່ຽວຂ້ອງກັບວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດໃຫ້ເລິກເຊິງ, ຜັນຂະຫຍາຍເປັນແຜນວຽກລະອຽດ ເຂົ້າໃນທຸກຂົງເຂດວຽກງານ ແລະ ຈັດຕັ້ງປະຕິບັດຕົວຈິງ, ໄດ້ຊີ້ນໍາໃຫ້ບັນດາເມືອງລົງກໍ່ສ້າງຮາກປຸກລະດົມຂົນຂວາຍພໍ່-ແມ່ປະຊາຊົນພາຍໃນບ້ານ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຢາເສບຕິດ ໃຫ້ທົ່ວເຖິງ, ພ້ອມທັງຊ່ວຍຕິດຕາມເປົ້າໝາຍກະທຳຜິດອື່ນໆ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະແມ່ນ ບັນຫາແກ້ໄຂຢາເສບຕິດ ໃຫ້ໝົດໄປ, ເອົາໃຈໃສ່ໂຄສະນາວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ບັນດາສໍານັກງານ-ອົງການ, ເມືອງ, ໂຮງຮຽນ, ບ້ານ, ກຸ່ມບ້ານ ໃຫ້ທົ່ວເຖິງ.

ໃນ 3 ເດືອນຜ່ານມາ (ເດືອນມັງກອນ-ເດືອນມີນາ), ແຂວງຫົວພັນ ໄດ້ປະຕິບັດ 4 ໜ້າວຽກ ໃນການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເຊັ່ນ:

ການໂຄສະນາປຸກລະດົມຂົນຂວາຍມະຫາຊົນ ໄດ້ຂຶ້ນແຜນລົງໂຄສະນາ, ສຳຫຼວດຈຸດຕັ້ງປ້າຍໂຄສະນາໃນຂອບເຂດເທດສະບານແຂວງ, ໄດ້ເປີດພິທີມິດຕິງຂະບວນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບ ການແກ້ໄຂບັນຫາຢາເສບຕິດ ທົ່ວແຂວງຫົວພັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 800 ກວ່າຄົນ.

ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 40 ເລື່ອງ, ກັກຜູ້ຖືກຫາ 47 ຄົນ ຍິງ 8 ຄົນ (ຄົນຕ່າງປະເທດ 1 ຄົນ), ຢຶດຂອງກາງປະເພດຢາບ້າໄດ້ຈຳນວນ 37.087 ເມັດ, ກ້ອນສີນໍ້າຕານຄ້າຍຄືເຮໂຣອິນ 2 ຖົງນ້ອຍ, ຝຸ່ນສີຂາວຄ້າຍຄືເຮໂຣອິນໜັກ 1.848 ກຣາມ, ຝຸ່ນສີຂາວຄ້າຍຄືຢາໄອ ຈຳນວນ 1 ຖົງນ້ອຍ ໜັກ 16,1ກຣາມ, ເຮໂຣອິນ 2 ແທ່ງ, 4 ຫໍ່ ແລະ 1 ກ້ອນນ້ອຍ, ຝຸ່ນສີແດງຄ້າຍຄືຢາບ້າ ຈໍານວນ 1 ຫໍ່, ກ້ອນສີຂາວຄ້າຍຄືເຮໂຣອິນ 1 ຖົງ, ຢາຝິ່ນໜັກ 1,1 ກິໂລກຣາມ ແລະ 1 ຫໍ່ນ້ອຍ, ປືນແກັບ 13 ກະບອກ, ເລົາປຶນແກັບ 7 ເລົາ, ປືນສັ້ນປະດິດຍິງລູກ AK 56 ຈຳນວນ 1 ກະບອກ, ລູກປືນປະເພດຕ່າງໆ 164 ລູກ, ລູກຫວ່ານ 1 ຖົງ, ໝາກແຕກ 1 ໜ່ວຍ, ໂທລະສັບ 19 ໜ່ວຍ, ເງິນກີບ 2.615.000 ກີບ, ເງິນດົງ 35.400.000 ດົງ, ອຸປະກອນເສບຢາ 2 ອັນ ແລະ ລົດຈັກ 4 ຄັນ.

ວຽກງານບຳບັດປິ່ນປົວມີຜູ້ບຳບັດເຂົ້າໃໝ່ ຈຳນວນ 5 ຄົນ, ປິ່ນປົວດີອອກກັບບ້ານ ຈຳນວນ 6 ຄົນ.

ນອນຈາກນີ້, ບັນດາເມືອງກໍໄດ້ມີການເຄື່ອນໄຫວໃນຂອບເຂດເມືອງຕົນເອງ ໃນການສຶກສາອົບຮົມ ແລະ ບໍາບັດຜູ້ຕິດຢາເສບຕິດ. ໃນນີ້, ເມືອງຮ້ຽມ ມີ 10 ຄົນ, ເມືອງວຽງໄຊ 12 ຄົນ ຍິງ 2 ຄົນ, ເມືອງແອດ 7 ຄົນ, ເມືອງຫົວເມືອງ 7 ຄົນ, ເມືອງຊຳໃຕ້ 27 ຄົນ, ເມືອງກວັນ 2 ຄົນ, ເມືອງຊ່ອນ 5 ຄົນ, ເມືອງຊຽງຄໍ້ 4 ຄົນ, ເມືອງສົບເບົາ 2 ຄົນ ແລະ ເມືອງຊຳເໜືອ 2 ຄົນ.

ທ່ານ ວັນໄຊ ແພງຊຸມ ໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງທຸກພາກສ່ວນ, ສໍານັກງານ-ອົງ, ໂຮງຈັກ-ໂຮງງານ, ໂຮງຮຽນຕະຫຼອດຮອດພໍ່-ແມ່ປະຊາຊົນທຸກຄົນ, ທຸກຄອບຄົວ ຈົ່ງຖືເອົາການແກ້ໄຂບັນຫາຂອງຢາເສບຕິດ ກາຍເປັນໜ້າທີ່ຂອງໝົດທຸກຄົນ ແລະ ເປັນເຈົ້າການໃນການຕິດຕາມ, ສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ຫຍຸ້ງກ່ຽວ, ພົວພັນກັບຢາເສບຕິດ ເພື່ອເຮັດໃຫ້ສັງຄົມລາວເຮົາ ເວົ້າລວມ, ເວົ້າສະເພາະກໍແມ່ນ ແຂວງຫົວພັນ ກາຍເປັນແຂວງທີ່ປອດຢາເສບຕິດໃນຕໍ່ໜ້າ.