ໃນອາທິດຜ່ານມາ, ນັກສຶກສາລະບົບຊັ້ນສູງ ເລັ່ງລັດ 5 ເດືອນ ຮຸ່ນທີ 10 ຂອງໂຮງຮຽນທິດສະດີການເມືອງປ້ອງກັນຄວາມສະຫງົບ ໄດ້ລົງທັດສະນະສຶກສາຢູ່ເຂື່ອນໄຟຟ້ານ້ຳງື່ມ 1, ນຳພາ ໂດຍ ທ່ານ ພັທ ສີສົມສັກ ພັນທະວົງ ຮອງຫົວໜ້າໂຮງຮຽນທິດສະດີການເມືອງປ້ອງກັນຄວາມສະຫງົບ, ມີບັນດາ, ຫົວໜ້າຫ້ອງ, ຫົວໜ້າພາກວິຊາ, ພະນັກງານ-ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ພັທ ສີສົມສັກ ພັນທະວົງ ກ່າວວ່າ: ການມາທັດສະນະໃນຄັ້ງນີ້, ເພື່ອເປັນຮຽນຮູ້ການບໍລິຫານງານ-ຈັດການ, ການຜະລິດກະແສໄຟຟ້າຂອງເຂື່ອນໄຟຟ້ານ້ຳງື່ມ 1 ເພື່ອເປັນການສຶກສາແຫຼ່ງຂໍ້ມູນທີ່ຕິດພັນກັບຂະແໜງການຮຽນທີ່ໄດ້ຮຽນມາໃນວິຊາເສດຖະສາດ-ການເມືອງ, ໄດ້ຮຽນຮູ້ວິທີການຄຸ້ມຄອງ ແລະ ຈັດການດ້ານການຕະຫຼາດທັງເປັນການແລກປ່ຽນຄວາມຮູ້ລະຫວ່າງນັກສຶກສາ ແລະ ວິຊາການຜູ້ທີ່ເຮັດວຽກງານຕົວຈິງ ເພື່ອໃຫ້ນັກສຶກສາເກັບກຳ ແລະ ບັນທຶກເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການຮຽນ-ການສອນຢູ່ໃນໂຮງຮຽນທິດສະດີການເມືອງ ປກສ ຮັບປະກັນໄດ້ທັງຄຸນນະພາບ ແລະ ປະລິມານໃຫ້ນັບມື້ນັບດີຂຶ້ນ.

ການລົງທັດສະນະສຶກສາຄັ້ງນີ້, ຄະນະຄູ-ອາຈານ ແລະ ນັກສຶກສາໄດ້ຮັບຟັງການລາຍງານກ່ຽວກັບປະຫວັດຫຍໍ້ຂອງເຂື່ອນໄຟຟ້ານ້ຳງື່ມ 1 ແລະ ຜົນງານການປະຕິບັດວຽກງານໃນໄລຍະຜ່ານມາຈາກ ທ່ານ ເພັດສົມສັກ ໄຊປັນຍາ ຫົວໜ້າພະແນກຜະລິດ-ຄວບຄຸມ ເຂື່ອນໄຟຟ້ານ້ຳງື່ມ 1 ເຊິ່ງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ແບ່ງອອກເປັນ 3 ໄລຍະ, ໄລຍະທີ 1 ໄດ້ເລີ່ມລົງມືກໍ່ສ້າງ ໃນປີ 1968 ແລະ ສຳເລັດໂຄງການ ໃນປີ 1971, ໃຊ້ກ້ອນທຶນ ທັງໝົດ 28 ລ້ານໂດລາສະຫະລັດ, ໄລຍະທີ 2 ໄດ້ເລີ່ມລົງມືກໍ່ສ້າງ ໃນປີ 1976 ແລະ ສຳເລັດ ໃນປີ 1978, ໃຊ້ກ້ອນທຶນ ທັງໝົດ 49 ລ້ານໂດລາສະຫະລັດ ແລະ ໄລຍະທີ 3 ໄດ້ເລີ່ມລົງມືກໍ່ສ້າງ ໃນປີ 1983 ແລະ ສຳເລັດ ໃນປີ 1984 ໃຊ້ກ້ອນທຶນ ທັງໝົດ 20 ລ້ານໂດລາສະຫະລັດ ເຊິ່ງຮັບການອະນຸຍາດສ້າງຕັ້ງ ໂດຍລັດຖະບານລາວ. ພ້ອມນັ້ນບັນດານັກສຶກສາກໍໄດ້ຕັ້ງຄຳຖາມເຈາະຈີ້ມກ່ຽວກັບການບໍລິຫານ-ຈັດການດ້ານການຕະຫຼາດ, ການສົ່ງອອກກະແສໄຟຟ້າ, ລາຍຮັບ-ລາຍຈ່າຍ ແລະ ວຽກງານອື່ນໆຂອງເຂື່ອນໄຟຟ້ານ້ຳງື່ມ 1. ຈາກນັ້ນກໍໄດ້ມີການຢ້ຽມຊົມຫ້ອງເຮັດວຽກຂອງພະນັກງານເຂື່ອນໄຟຟ້ານ້ຳງື່ມ 1.

ເນື່ອງໃນໂອກາດການລົງທັດສະນະສຶກສາໄດ້ຢ້ຽມຊົມເຂື່ອນໄຟຟ້ານ້ຳງື່ມ 1 ທາງພະນັກງານ-ຄູ-ອາຈານ ແລະ ນັກສຶກສາ ໄດ້ນຳເອົາປຶ້ມກົດໝາຍ ແລະ ຂອງທີ່ລະນຶກມາມອບໃຫ້ພະນັກງານທີ່ເຮັດວຽກຢູ່ເຂື່ອນໄຟຟ້ານ້ຳງື່ມ 1.

ໃນວັນດຽວກັນ, ພະນັກງານ-ຄູອາຈານ ແລະ ນັກສຶກ ກໍໄດ້ສ້າງຂະບວນການກິລາບານເຕະມິດຕະພາບກັບກອງບັນຊາການ ປກສ ແຂວງວຽງຈັນ ເພື່ອເປັນການສ້າງໄມຕີຈິດມິດຕະພາບເຊິ່ງກັນ ແລະ ກັນ. ພ້ອມທັງຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018) ໃຫ້ເປັນຂະບວນການຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍ-ຄວາມສຳຄັນ.