ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ມີຄວາມພ້ອມ 100% ໃນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກົມໃຫຍ່ຕໍາຫຼວດ ຄົບຮອບ 42 ປີ ( 23 ເມສາ 1976-23 ເມສາ 2018 ) ໃຫ້ມີບັນຍາກາດເຕັມໄປດ້ວຍຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ, ເຊິ່ງໃນວັນທີ 27 ມີນາຜ່ານມາ ໄດ້ມີການຝຶກຊ້ອມເປັນຄັ້ງສຸດທ້າຍ ເພື່ອທົບທວນຄືນກ່ຽວການເດີນສວນສະໜາມລະບຽບຮູບແຖວ, ຈັດແຖວຂອງແຕ່ລະກ້ອນກໍາລັງເຫັນວ່າມີຄວາມພ້ອມພຽງກັນດີ, ໂດຍມີ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະນໍາກົມກອງອ້ອມຂ້າງກົມໃຫຍ່, ພະນັກງານ-ນັກຮົບ ອ້ອມຂ້າງເຂົ້າຮ່ວມ.


ການຝຶກຊ້ອມຄັ້ງນີ້ ປະກອບມີ 16 ກ້ອນກໍາລັງອ້ອມຂ້າງກົມໃຫຍ່ຕໍາຫຼວດ, ໂດຍແຕ່ລະກ້ອນກໍາລັງແມ່ນໄດ້ທົບທວນຄືນການເດີນຂະບວນສວນສະໜາມ, ຮູບແບບການຈັດແຖວຂອງກໍາລັງ, ການອອກຄໍາສັ່ງຂອງຫົວໜ້າຮັບຜິດຊອບແຕ່ລະກ້ອນກໍາລັງ, ການສະແດງຂອງກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ໜ້າທີ່ວິຊາສະເພາະ; ໃນນີ້ໄດ້ສາທິດການນໍາໃຊ້ໝາວິຊາສະເພາະເຂົ້າໃນການຄົ້ນຫາຢາເສບຕິດໃນກະເປົາເດີນທາງ ແລະ ການນໍາໃຊ້ໝາວິຊາສະເພາະເຂົ້າໃນການຈູ່ໂຈມຄົນຮ້າຍໃນສະຖານະການກະທໍາຜິດເຊິ່ງໜ້າແລ້ວເອົາໂຕຫຼົບໜີ; ພ້ອມນີ້ ກໍເພື່ອເຮັດໃຫ້ການກະກຽມສະເຫຼີມສະຫຼອງວັນດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມພ້ອມພຽງ ແລະ ຈົບງາມ, ຜ່ານການຝຶກຊ້ອມສະແດງຕົວຈິງເຫັນວ່າ ແຕ່ລະກ້ອນກຳລັງມີຄວາມພ້ອມພຽງເປັນຢ່າງດີ ແລະ ມີຄວາມພ້ອມ 100% ທີ່ຈະສະແດງໃນວັນສະເຫຼີມສະຫຼອງວັນສ້າງຕັ້ງກົມໃຫຍ່ຕຳຫຼວດ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍ-ຄວາມສໍາຄັນ.


ນອກຈາກການສະແດງເດີນຂະບວນສວນສະໜາມຮູບແຖວງົດງາມແລ້ວ ຍັງມີການວາງສະແດງຮູບພາບຄະນະພັກ-ຄະນະນໍາຂອງກົມໃຫຍ່ຕໍາຫຼວດຕະຫຼອດໄລຍະ 42 ປີຜ່ານມາ ແລະ ຮູບພາບການປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານວິຊາສະເພາະ ແລະ ວຽກງານຂະບວນການຂອງອົງການຈັດຕັ້ງມະຫາຊົນ ເຊິ່ງສະແດງເຖິງມູນເຊື້ອອັນດີງາມ ແລະ ເປັນໄຊຊະນະຂອງກົມໃຫຍ່ຕໍາຫຼວດທີ່ຍາດມາໄດ້ໃນແຕ່ລະໄລຍະ.