ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງ ປກສ ໄດ້ລົງຊີ້ນຳຄະນະພັກ-ຄະນະນໍາກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເອົາໃຈໃສ່ປັບປຸງ, ກໍ່ສ້າງກໍາລັງ ປກສ ກຸ່ມບ້ານ, ປກສ ບ້ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງເປັນເຈົ້າການປະຕິບັດວຽກງານປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ ໃຫ້ສາມາດຮັກສາໄດ້ຄວາມສະຫງົບສຸກຂອງປະຊາຊົນ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງເທື່ອລະກ້າວ.

ການຊີ້ນໍາມີຂຶ້ນໃນໂອກາດ ທີ່ ພົຈວ ຄໍາສາຍ ຈັນທະວົງ ໄດ້ລົງພົບປະ-ເຮັດວຽກວິຊາສະເພາະຮ່ວມກັບກອງບັນຊາການ ປກສ ເມືອງແກ່ນທ້າວ ໃນທ້າຍອາທິດ ຜ່ານມາວ່າ: ກໍາລັງ ປກສ ກຸ່ມບ້ານ, ປກສ ບ້ານ ແມ່ນກໍາລັງຮັກສາຄວາມສະຫງົບສຸກຂັ້ນພື້ນຖານທີ່ປຽບເໝືອນເປັນແຂນຂວາຂອງກໍາລັງປ້ອງກັນຄວາມສະຫງົບ ໃນການຊ່ວຍເປັນຫູ, ເປັນຕາ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ຂັ້ນຮາກຖານ ບ້ານ; ໂດຍເຫັນໄດ້ເຖິງຄວາມສຳຄັນຂອງກຳລັງດັ່ງກ່າວ ຄະນະນໍາກອງບັນຊາການ ປກສ ເມືອງແກ່ນທ້າວ ຈົ່ງເອົາໃຈໃສ່ໃນການກໍ່ສ້າງ, ປັບປຸງກໍາລັງ ປກສ ກຸ່ມບ້ານ, ປກສ ບ້ານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງເປັນເຈົ້າການປະຕິບັດດ້ານວິຊາສະເພາະວຽກງານປ້ອງກັນຄວາມສະຫງົບ, ກຳແໜ້ນລະບຽບ, ກົດໝາຍ ແລະ ຂໍ້ກໍານົດຕ່າງໆ ເພື່ອໃຫ້ເປັນບ່ອນອີງໃນເວລາປະຕິບັດໜ້າທີ່ ແລະ ຊຸກຍູ້ໃຫ້ກຳລັງດັ່ງກ່າວ ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນກໍາລັງທີ່ຮັກສາຄວາມສະຫງົບສຸກໃຫ້ປະຊາຊົນ ກໍຄືສັງຄົມໄດ້ຢ່າງແທ້ຈິງ.

ພັທ ບ່ຽງ ຈວງເທວີ ຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ ໄດ້ກ່າວວ່າ: ໄລຍະຜ່ານມາ, ຄະນະພັກ-ຄະນະນໍາກອງບັນຊາການ ປກສ ເມືອງແກ່ນທ້າວ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໂດຍການເຜີຍແຜ່ມະຕິ, ຄຳສັ່ງ, ຂໍ້ກຳນົດ ແລະ ບັນດາເອກະສານທີ່ສຳຄັນໃຫ້ພະນັກງານ-ນັກຮົບຮັບຮູ້ ແລະ ເຂົ້າໃຈກຳແໜ້ນແນວທາງຂອງພັກ-ລະບຽບກົດໝາຍຂອງລັດ, ນອກນັ້ນ, ຍັງໄດ້ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ໂດຍຕິດພັນກັບການຊຸກຍູ້ກໍ່ສ້າງກຸ່ມບ້ານ ພັດທະນາຕາມທິດຊີ້ນຳ 3 ສ້າງ ຂອງສູນກາງພັກ, ຖືເອົາວຽກງານດັ່ງກ່າວເປັນວຽກງານຍຸດທະສາດຕົ້ນຕໍ, ເກັບກຳຈຳນວນທົ່ວເມືອງແກ່ນທ້າວ ມີ 47 ບ້ານ, ມີ 663 ໜ່ວຍ, ມີ 42,641 ຫຼັງຄາເຮືອນ, 8,583 ຄອບຄົວ, ມີພົນລະເມືອງ ທັງໝົດ 42,641 ຄົນ, ຍິງ 20,885 ຄົນ, ໃນນີ້, ຕ່າງດ້າວ 47 ຄົນ, ຍິງ 8 ຄົນ, ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 45 ບ້ານ, ສ້າງບ້ານປອດຢາເສບຕິດໄດ້ 19 ບ້ານ.

ເພື່ອຮັບປະກັນເຮັດໃຫ້ເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນປີນີ້, ຄະນະນຳກອງບັນຊາການ ປກສ ເມືອງ ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີແນວຄິດຫຼັກໝັ້ນ, ຕັ້ງໜ້າສືບຕໍ່ວຽກງານວິຊາສະເພາະ, ສືບຕໍ່ປັບປຸງກຳລັງ ປກສ ກຸ່ມ, ປກສ ບ້ານ ຢູ່ຂັ້ນຮາກຖານບ້ານໃຫ້ໜັກແໜ້ນເຂັ້ມແຂງ, ສືບຕໍ່ເຜີຍແຜ່ເຊື່ອມຊຶມໃຫ້ພໍ່-ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ແລະ ສົມທົບກັບອຳນາດການປົກຄອງບ້ານກວດກາ, ເປົ້າໝາຍ, ແລະ ສຸມໃສ່ແກ້ໄຂບັນຫາຢາເສບຕິດ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປເທື່ອລະກ້າວ.