ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ຮ່ວມກັບບໍລິສັດ ອິນແປງ ມາແກັດຕິງ ຈຳກັດ ຈັດງານຕະຫຼາດນັດວາງສະແດງສິນຄ້າໂອດ໋ອບ 8 ແຂວງພາກເໜືອ ຂຶ້ນໃນວັນທີ 25 ມີນາ 2018 ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 35 ປີ ແລະ ເພື່ອເປັນການກະຕຸກຊຸກຍູ້ສົ່ງເສີມການຕະຫຼາດໃຫ້ແກ່ສິນຄ້າໂອດ໋ອບ, ທັງເປັນການຂະຫຍາຍຕາໜ່າງການຄ້າ, ການລົງທຶນຢູ່ພາຍໃນໃຫ້ນັບມື້ນັບກ້ວາງຂວາງຂຶ້ນ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ຄຳພັນ ເຜີຍຍະວົງ ເຈົ້່າແຂວງໆບໍ່ແກ້ວ, ມີທ່ານ ສົມຈິດ ອີນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ 8 ແຂວງພາກເໜືອເຂົ້າຮ່ວມ.

ທ່ານ ຄໍາກິ່ງ ເອື່ອຍມະນີຮັກ ຮອງເຈົ້າແຂວງໆບໍ່ແກ້ວ ກ່າວວ່າ: ການຈັດງານຕະຫຼາດນັດ, ວາງສະແດງ ແລະ ຈໍາໜ່າຍສິນຄ້າໂອດ໋ອບໃນຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 35 ປີ ( 26/3/1983-26/3/2018) ພ້ອມທັງເປັນການກະຕຸກຊຸກຍູ້ສົ່ງເສີມການຕະຫຼາດໃຫ້ແກ່ສິນຄ້າໂອດ໋ອບ ແລະ ເພື່ອເປັນການຂະຫຍາຍຕາໜ່າງການຄ້າ, ການລົງທຶນຢູ່ພາຍໃນໃຫ້ນັບມື້ນັບກ້ວາງຂວາງຂຶ້ນ, ເພື່ອເປັນການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ກໍຄືຜະລິດຕະພັນໂອດ໋ອບພາຍໃນ ແຂວງບໍ່ແກ້ວ ແລະ ບັນດາແຂວງພາກເໜືອຂອງລາວ ໄດ້ມີການພັດທະນາສີມືການປຸງແຕ່ງຜະລິດຕະພັນໃຫ້ມີຄຸນນະພາບດີຂຶ້ນ. ທັງເປັນການເປີດກ້ວາງການພົວພັນຮ່ວມມືການຄ້າລະຫວ່າງບັນດາແຂວງພາກເໜືອຂອງລາວ ແລະ ແຂວງຊາຍແດນໃກ້ຄຽງຂອງປະເທດເພື່ອນມິດໃຫ້ນັບມື້ນັບເພີ່ມຂຶ້ນ ແລະ ເພື່ອເປັນການສ້າງໂອກາດໃຫ້ແກ່ຜູ້ປະກອບການທຸລະກິດໄດ້ຮັບໂອກາດພົບປະແລກປ່ຽນ ແລະ ຖອນຖອດບົດຮຽນນຳກັນ ແນໃສ່ເຮັດໃຫ້ເສດຖະກິດ-ສັງຄົມຂອງແຕ່ລະແຂວງໄດ້ຮັບການພັດທະນາ, ທັງເປັນການສ້າງລາຍໄດ້ໃຫ້ແກ່ປະຊາຊົນ.

ຫ້ອງວາງສະແດງສິນຄ້າໃນຄັ້ງນີ້. ມີທັງໝົດ 89 ຫ້ອງ, ຫ້ອງວາງສະແດງສິນຄ້າໂອດ໋ອບ 3 ແຂວງ ແລະ ຜະລິດຕະພັນທ່າແຮງ 7 ແຂວງ ລວມມີ 13 ຫ້ອງ, 1 ບໍລິສັດຂອງປະເທດໄທທີ່ມາຕັ້ງຢູ່ແຂວງບໍ່ແກ້ວ ມີ 4 ຫ້ອງ, ພືດຜັກປອດສານຜິດ ມີ 2 ຫ້ອງ, ຫັດຖະກຳໄມ້ 3 ຫ້ອງ, ຫັດຖະກຳຜ້າໄໝລາວ 5 ຫ້ອງ, ເຄື່ອງແຟຊັນ 2 ຫ້ອງ, ເຟີນີເຈີ 3 ແຂວງ ຄື: ບໍ່ແກ້ວ, ໄຊຍະບູລີ ແລະ ຫຼວງພະບາງ ລວມມີ 6 ຫ້ອງ. ນອກຈາກນີ້, ຍັງມີຫ້ອງວາງສະແດງຜົນງານ 35 ປີ ອ້ອມຂ້າງແຂວງບໍ່ແກ້ວ (ລັດ) ມີ 25 ຫ້ອງ ແລະ ລັດວິສາຫະກິດມີ 6 ຫ້ອງ, ສິນຄ້າສີ່ຕຳບົນຂອງໄທ ມີ 20 ຫ້ອງ ແລະ ກຸ່ມຕະຫຼາດລວມມີ 180 ຫ້ອງ, ໂຊນຮ້ານອາຫານ ມີ 24 ຫ້ອງ. ຄາດຄະເນມູນຄ່າສິນຄ້າໝູນວຽນບັນດາຮ້ານຄ້າໃນງານຄັ້ງນີ້ ມີປະມານ 3,2 ຕື້ກີບ ແລະ ຜົນຈະໄດ້ຮັບເມື່ອສຳເລັດງານຄາດວ່າ ປະມານ 1,7 ຕື້ກີບ.