ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ລາ ມິງຄາຍ ຫົວໜ້າຄະນະກວດກາລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 26 ມີນາ 2018,​ ເນື່ອງໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 25-28 ມີນາ 2018.

ໃນໂອກາດເຂົ້າພົບປະດັ່ງກ່າວ ທ່ານປະທານອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານຫົວໜ້າຄະນະກວດກາລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນອັນສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືແບບພິເສດ ແລະ ຮອບດ້ານລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກເວົ້າລວມ, ເວົ້າສະເພາະ ແມ່ນການພົວພັນຮ່ວມມືລະຫວ່າງອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດກາລັດຖະບານ ສສ ຫວຽດນາມ ໂດຍສະເພາະການພົວພັນຮ່ວມມືດ້ານວຽກງານການກວດກາຂອງທັງສອງອົງການລາວ-ຫວຽດນາມ ພ້ອມທັງຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານກວດກາໃຫ້ມີປະສິດທິພາບກວ່າເກົ່າ; ພ້ອມນັ້ນ ຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການກວດກາລັດຖະບານ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ອົງການກວດສອບແຫ່ງລັດ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນການສ້າງກົດໝາຍ ແລະ ການໃຫ້ຄວາມຮ່ວມມືດ້ານການກວດກາ-ກວດສອບ ເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ, ໂປ່ງໃສ ແລະ ຍຸຕິທຳ.

ໂອກາດດັ່ງກ່າວ ທ່ານຫົວໜ້າຄະນະກວດກາລັດຖະບານ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈເປັນຢ່າງຢ່າງສູງຕໍ່ທ່ານປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະທີ່ໃຫ້ການຕ້ອນຮັບເປັນຢ່າງດີ ແລະ ກ່າວວ່າ ໃນຕໍ່ໜ້າພວກເຮົາຈະສືບຕໍ່ສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືແບບພິເສດລາວ-ຫວຽດນາມ ໂດຍສະເພາະອົງການກວດກາລັດຖະບານ ສສ ຫວຽດນາມ ແລະ ອົງການກວດສອບແຫ່ງລັດ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນຮັບປະກັນໃຫ້ວຽກງານວິຊາສະເພາະມີຄວາມເປັນລະບຽບ, ຖືກຕ້ອງ ແລະ ໂປ່ງໃສ.