ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2017 ແລະ ວາງແຜນການປີ 2018 ໂດຍການເປັນປະທານຂອງ ພັທ ຄຳພາ ຄຳມະວົງ ຫົວໜ້າກອງບັນຊາການ ປກສ ເມືອງເຊໂປນ, ເຂົ້າຮ່ວມໂດຍ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະຫ້ອງ ປກສ ແຂວງ , ປກສ ເມືອງ, ປກສ ກຸ່ມບ້ານ, ພະນັກງານ-ນັກຮົບແຂກຖືກເຊີນ.


ພັຕ ກາລະທອນ ຄົມທິລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງເຊໂປນ ກ່າວວ່າ: ໃນປີ 2017 ຜ່ານມາ, ກອງບັນຊາການ ປກສ ເມືອງເຊໂປນ ໄດ້ຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນງານ ແລະ 41 ໂຄງການທີ່ກະຊວງວາງອອກກໍຄື ປກສ ເມືອງເຊໂປນ ວາງອອກເປັນພື້ນຖານ, ທິດທາງ ແລະ ແບບແຜນໃນການນໍາພາພະນັກງານ-ນັກຮົບປະຕິບັດໜ້າທີ່ວຽກງານວິຊາສະເພາະເຮັດໃຫ້ວຽກງານແຕ່ລະດ້ານໄດ້ຮັບຜົນສໍາເລັດໄປຕາມຄາດໝາຍ, ເຊິ່ງສະແດງອອກໃນ 1 ປີຜ່ານມາ, ມີຄະດີອາຍາເກີດຂຶ້ນທັງໝົດ 25 ເລື່ອງ ກັກຜູ້ຖືກຫາ ໄດ້ 72 ຄົນ, ຄະດີຢາເສບຕິດເກີດຂຶ້ນ 23 ເລື່ອງ ກັກຜູ້ຖືກຫາໄດ້ 36 ຄົນ ຍິງ 3 ຄົນ, ຢຶດຂອງກາງຢາບ້າໄດ້ 9.312 ເມັດ, ລົດຈັກ 8 ຄັນ, ລົດໃຫຍ່ 2 ຄັນ, ປືນແກັບ 2 ກະບອກ ແລະ ວັດຖຸອື່ນໆຈຳນວນໜຶ່ງ, ອຸບັດຕິເຫດເກີດຂຶ້ນທັງໝົດ 39 ເລື່ອງ, ຜູ້ຖືກຫາ 3 ຄົນ, ບາດເຈັບ 52 ຄົນ ຍິງ 20 ຄົນ, ເສຍຊີວິດ 5 ຄົນ, ພາຫະນະເປ່ເພທັງໝົດ 54 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ອັກຄີໄພເກີດຂຶ້ນທັງໝົດ 3 ຄັ້ງ, ລວມມູນຄ່າເສຍຫາຍທັງໝົດ 69.380.000 ກີບ.
ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງໆເຊໂປນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ຄະນະພັກກອງບັນຊາການ ປກສ ເມືອງເຊໂປນ ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບເອົາໃຈໃສ່ປະຕິບັດລະບຽບວິໄນ, ລະບຽບກົດໝາຍຂອງລັດຕິດພັນກັບວຽກງານປ້ອງກັນຄວາມສະຫງົບຕາມສະພາບການເງື່ອນໄຂຕົວຈິງຢ່າງເຂັ້ມງວດເພື່ອການປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ມີຄຸນນະພາບດີຂຶ້ນເປັນກ້າວໆ.