ສະມາຄົມເຟີນີເຈີລາວ ໄດ້ຈັດພິທີເປີດງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 3 ປະຈໍາປີ 2018 ຂຶ້ນຢ່າງເປັນທາງການ ໃນວັນທີ 26 ມີນາ 2018 ທີ່ສູນການຄ້າລາວ-ໄອເຕັກ ( ຕຶກເກົ່າ ) ແລະ ຄາດວ່າຈະມີການຊື້-ຂາຍສິນຄ້າ ພາຍໃນງານປະມານ 6 ຕື້ກວ່າກີບ; ໃຫ້ກຽດເຂົ້າຮ່ວມເປີດງານ ໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາພະແນກທີ່ກ່ຽວຂ້ອງພາຍໃນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ ກ່າວວ່າ: ການເປີດງານວາງສະແດງໃນຄັ້ງນີ້ ກໍເພື່ອເປັນການສົ່ງເສີມການຜະລິດເຄື່ອງເຟີນີເຈີໄມ້ລາວ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນີເຈີໄມ້ລາວໃຫ້ຫຼາຍຂຶ້ນ ໃຫ້ຜູ້ຜະລິດສາມາດເຂົ້າເຖິງຕະຫຼາດ ແລະ ຈໍາໜ່າຍສິນຄ້າໄດ້ ທັງພາຍໃນ ແລະ ຕ່າງປະເທດ ສາມາດກ້າວເຂົ້າສູ່ການສ້າງຕາໜ່າງການວາງສະແດງ-ຂາຍສິນຄ້າເຟີນີເຈີກັບພາກພື້ນ ແລະ ສາກົນ ໃນອະນາຄົດງານດັ່ງກ່າວໄດ້ຈັດງານຂຶ້ນລະຫວ່າງ ວັນທີ 24 ມີນາ ຫາ ໃນວັນທີ 1 ເມສາ 2018 ໂດຍມີບັນດາຫົວໜ່ວຍທຸລະກິດຈາກບໍລິສັດ, ໂຮງງານເຟີນີເຈີ ໃນຂອບເຂດທົ່ວປະເທດເຂົ້າຮ່ວມວາງສະແດງມີ ຈໍານວນ 122 ຫ້ອງ ມາຈາກ 52 ຫົວໜ່ວຍທຸລະກິດ.

ໃນນັ້ນ, ມາຈາກຕ່າງແຂວງຫົວໜ່ວຍທຸລະກິດຈາກ ຈໍານວນ 15 ໃນ 10 ແຂວງທົ່ວປະເທດ, ເຊິ່ງພາຍໃນງານມີມູນຄ່າການຈໍ ລະຈອນຊື້-ຂາຍສິນຄ້າລວມທັງໝົດ ປະມານ 9 ຕື້ກີບ ແລະ ຄາດວ່າຈະມີການຊື້-ຂາຍໄດ້ປະມານ 75% ຕົກເປັນເງິນປະມານ 6 ຕື້ກີບ ແລະ ຄາດວ່າພາຍໃນ 9 ວັນ ຈະມີມວນຊົນເຂົ້າມາຊົມງານວາງສະແດງສິນຄ້າປະມານ 300.000 ຄົນ.

ນອກຈາກນີ້, ພາຍໃນງານຍັງຈະມີກິດຈະກໍາຫຼາຍຢ່າງເປັນຕົ້ນ ແມ່ນ: ການສະແດງຄອນເສີດ, ການແກະສະຫຼັກໄມ້ຂອງນັກຮຽນ ແລະ ອາຈານ ຈາກສະຖາບັນວິຈິດສິນແຫ່ງຊາດ, ການຈົກສະຫຼາກຫາຜູ້ໂຊກດີ ແລະ ກິດຈະກໍາອື່ນໆອີກຢ່າງຫຼາກຫຼາຍ ເພື່ອເຮັດໃຫ້ງານວາງສະແດງສິນຄ້າມີຄວາມຄຶກຄື້ນມ່ວນຊື່ນສ້າງຄວາມປະທັບໃຈໃຫ້ມີການຊື້-ຂາຍສິນຄ້າ ແລະ ມວນຊົນທີ່ມາທ່ຽວຊົມພາຍໃນງານ.